ຂ່າວສານ

ປະທານສະພາແຫ່ງຊາດສປປ.ເກົາຫຼີຈະໄປລັດເຊຍເຂົ້າຮ່ວມພິທີໄຂ World Cup 2018

      ທ່ານ Kim Yong nam, ປະທານຄະນະປະທານສະພາປະຊາຊົນສູງສຸດ (ສະພາແຫ່ງຊາດ) ສປປ.ເກົາຫຼີ ຈະໄປລັດເຊຍ ເພື່ອເຂົ້າຮ່ວມພິທີໄຂຮອບຊິງຊະນະເລີດບານເຕະ World Cup 2018 ໃນວັນທີ 14 ມິຖຸນາ.

ທ່ານ Kim Yong nam, ປະທານສະພາແຫ່ງຊາດ ສປປ.ເກົາຫຼີ 
(ພາບ: AFP)
      ທ່ານ Kim Yong nam ແມ່ນແຂກກິຕິມະສັກຂອງພິທີໄຂ World Cup 2018 ຢູ່ສະໜາມກິລາ Luzhniki ຢູ່ນະຄອນຫຼວງມົດສະກູ. ຫຼັງຈາກນັ້ນ, ທ່ານ Kim Yong nam ອາດຈະເຂົ້າຮ່ວມບັນດາການພົບປະ, ແຕ່ຍັງບໍ່ທັນມີຂໍ້ມູນລະອຽດເທື່ອ.
      ກ່ອນໜ້ານັ້ນ, ໃນຂອບເຂດການໄປຢ້ຽມຢາມພຽງຢາງ ໃນວັນທີ 31 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໄດ້ຝາກຄຳເຊື້ອເຊີນໄປຢ້ຽມຢາມລັດເຊຍ ແລະ ເຈລະຈາກັບທ່ານປະທານາທິບໍດີລັດເຊຍ Vladimir Putin ເຖິງການນຳສປປ.ເກົາຫຼີ Kim Jong un. ສະຖານທີ່ ແລະ ຈຸດເວລາດຳເນີນການເຈລະຈາອາດຈະທີ່ເວທີປາໄສເສດຖະກິດທິດຕາເວັນອອກຢູ່ Vladivostok ໃນເດືອນ ກັນຍາຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top