ຂ່າວສານ

ປະທານສະພາແຫ່ງຊາດລົງຢ້ຽມຢາມ ແລະ ເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ ຫວຽດນາມ

ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດຫວຽດນາມ ຄວນປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ບັນດາໜ້າທີ່ໂດຍກະທັນຫັນ; ຄຸ້ມຄອງເຂດນ່ານຟ້າ ແລະ ຄຸ້ມຄອງບໍລິຫານການບິນຢ່າງແໜ້ນແຟ້ນ; ກຳແໜ້ນສະພາບການທາງອາກາດ, ທາງທະເລ; ບໍລິເວນຈຸດສຸມ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກສະພາບການ.

ປະທານສະພາແຫ່ງຊາດລົງຢ້ຽມຢາມ ແລະ ເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ ຫວຽດນາມ

ໃນການລົງຢ້ຽມຢາມ ແລະ ເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດຫວຽດນາມ ເມື່ອຕອນບ່າຍວັນທີ 1 ກໍລະກົດຢູ່ຮ່າໂນ້ຍ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຢືນຢັນວ່າ : ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດຫວຽດນາມ ຄວນປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ບັນດາໜ້າທີ່ໂດຍກະທັນຫັນ; ຄຸ້ມຄອງເຂດນ່ານຟ້າ ແລະ ຄຸ້ມຄອງບໍລິຫານການບິນຢ່າງແໜ້ນແຟ້ນ; ກຳແໜ້ນສະພາບການທາງອາກາດ, ທາງທະເລ; ບໍລິເວນຈຸດສຸມ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກສະພາບການ.

       ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມ ຕັກເຕືອນວ່າ ໃນສະພາບການໂລກ ແລະ ພາກພື້ນພວມຜນແປໄປຢ່າງສັບສົນ ບວກກັບໂລກລະບາດໂຄວິດ-19 ພວມສືບຕໍ່ແຜ່ລະບາດສູ່ວົງກ້ວາງ, ດັ່ງນັ້ນ, ກອງທັບເວົ້າລວມ ແລະ ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດຫວຽດນາມເວົ້າສະເພາະ ຄວນສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງໃນການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ ເພື່ອປັກປັກຮັກສາປະເທດຊາດ. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຫວັງວ່າ ເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດຫວຽດນາມ ຈົ່ງສຸມໃສ່ຈັດຕັ້ງກອງປະຊຸມຜູ້ບັນຊາການກອງທັບອາກາດ ອາຊຽນຄັ້ງທີ 17 ຢ່າງສຳເລັດຜົນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top