ຂ່າວສານ

ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເຖິງແກ່ມໍລະນະກຳ

ຄ່ຳຄືນວັນທີ 8 ສິງຫາ (ຕາມເວລາທ້ອງຖິ່ນ), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ແຈ້ງຂ່າວໂສກເສົ້າສະຫຼົດໃຈວ່າ: ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ເຖິງແກ່ມໍລະນະກຳ ໃນອາຍຸ 70 ປີ, ຫຼັງຈາກປ່ວຍຮ້າຍແຮງມາເປັນໄລຍະໜຶ່ງ.
ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. (ພາບ: VNP/VNA)

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດຕົນຂອງ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແລະ ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານລາວ ໄດ້ຕົກລົງຈັດພິທີໄວ້ທຸກລະດັບຊາດ ເປັນເວລາ 5 ວັນ, ແຕ່ວັນທີ 9 ເຖິງວັນທີ 13 ສິງຫາ.


top