ຂ່າວສານ

ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ

      ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ
ທ່ານ ເວືອງດິ່ງເຫ້ວ, ປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XIV
(ພາບ: TTXVN)
      ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລືອກຕັ້ງທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XIV ເປັນປະທານສະພາແຫ່ງຊາດໃນວັນທີ 20 ກໍລະກົດ 2021, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ສົ່ງຈົດໝາຍອວຍພອນ.
        ໃນຈົດໝາຍອວຍພອນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຂຽນວ່າ: ເລື່ອງທ່ານ ເວືອງດິ່ງເຫ້ວ ໄດ້ເລືອກຕັ້ງເປັນປະທານສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ກຳລັງຄວາມສາມດຂອງທ່ານ.
        ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຫວຽດນາມ ເພື່ອຄວາມຜາສຸກ, ອີ່ມໜຳສຳລານຂອງປະຊາຊົນ.
 (ແຫຼ່ງຄັດຈາກ VOV)


top