ຂ່າວສານ

ປະທານສະພາແຫ່ງຊາດຢ້ຽມຢາມ, ອວຍພອນບຸນເຕັດກອງບັນຊາການທະຫານແຂວງ ດັກລັກ

ໃນການຢ້ຽມຢາມ ແລະ ອວຍພອນບຸນເຕັດປີຊວດ 2020 ຢູ່ແຂວງ ດັກລັກ, ຕອນເຊົ້າວັນທີ 15 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດກອງບັນຊາການທະຫານແຂວງ ດັກລັກ.

ປະທານສະພາແຫ່ງຊາດຢ້ຽມຢາມ, ອວຍພອນບຸນເຕັດກອງບັນຊາການທະຫານແຂວງ ດັກລັກ (ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ປີ 2020 ແມ່ນປີມີຫລາຍເຫດການການເມືອງ, ການທູດສຳຄັນ, ເປັນຕົ້ນແມ່ນສຳລັບບໍລິເວນແຂວງ ດັກລັກ ມີທີ່ຕັ້ງສຳຄັນຕົ້ນຕໍຂອງເຂດ ໄຕງວຽນ ຍຸດທະສາດ, ທ່ານນາງປະທານສະພາແຫ່ງຊາດປາດຖະໜາວ່າ: ພະນັກງານ, ນັກຮົບກຳລັງປະກອບອາວຸດຂອງແຂວງ ຕ້ອງຍົກສູງສະຕິລະວັງຕົວຢ່າງບໍ່ຢຸດຢັ້ງ, ກຽມພ້ອມຮັບມືຕໍ່ທຸກກໍລະນີເຄື່ອນໄຫວຂອງອາດສະຍາກຳທຸກປະເພດທີ່ມີການຜັນແປນັບມື້ນັບສັບສົນຢ່າງບໍ່ຢຸດຢັ້ງ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດກໍ່ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ລຸງ ໂຮ່ມຽນ ນັກປະຕິວັດ, ຜູ້ທີ່ມີອາຍຸພັກກ່ວາ 70 ປີຢູ່ນະຄອນ ບວນມາທ້ວດ, ແຂວງ ດັກລັກ.

(ແຫຼ່ງຄັດຈາກ VOV)


top