ຂ່າວສານ

ປະທານສະພາແຫ່ງຊາດ ເວືອງ​ດິ່ງ​ເຫວະ ຕ້ອນຮັບປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ

ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານປະທານສະພາແຫ່ງຊາດ ເອງໄດ້ຕີລາຄາສູງບົດບາດຂອງ ສະຫະພັນລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ

ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານປະທານສະພາແຫ່ງຊາດ ເອງໄດ້ຕີລາຄາສູງບົດບາດຂອງ ສະຫະພັນລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ປະທານສະພາແຫ່ງຊາດ ແລະ ບັນດາສະມາຊິກ ໄດ້ປະກອບສ່ວນຊຸກຍູ້ການທູດລັດຖະສະພາ, ການພົວພັນຕ່າງປະເທດປະຊາຊົນ ຕັ້ງໜ້າເສີມຂະຫຍາຍ, ຍົກສູງປະສິດທິຜົນການຮ່ວມມືຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ.

        ທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ສະແດງຄວາມຂອບອົກຂອບໃຈ ປະທານສະພາແຫ່ງຊາດ ໃນຖານະຕຳແໜ່ງກ່ອນນີ້ ຫຼື ປະຈຸບັນ ລ້ວນແຕ່ໄດ້ສະໜັບສະໜູນ ແລະ ມີບັນດາການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີການພົວພັນ ຍີ່ປຸ່ນ - ຫວຽດນາມ. ທ່ານ Nikai Toshihiro ສະເໜີຄວນຈັດການພົບປະລະຫວ່າງບັນດາສະມາຊິກລັດຖະສະພາ ຍີ່ປຸ່ນ ກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.

top