ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ການຕ້ອນຮັບ ເລຂາທິການ ສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 10/8, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ອານຸພາບ ຕຸນາລົມທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຕອນບ່າຍວັນທີ 10/8, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ອານຸພາບ ຕຸນາລົມທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

    

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານເລຂາພັກນະຄອນວຽງຈັນ ອານຸພາບ ຕຸນາລົມ

 ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ສະແດງຄວາມພູມໃຈຕໍ່ເລື່ອງການນຳຂອງສອງນະຄອນ ຮ່າໂນ້ຍ ແລະ ວຽງຈັນ ໄດ້ມີການເຈລະຈາ; ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ດ້ວຍຫົວຂໍ້ “ຮ່າໂນ້ຍ - ວຽງຈັນ, ການຮ່ວມມືເພື່ອພັດທະນາ”; ແລກປ່ຽນບົດຮຽນ, ສອນພາສາຫວຽດນາມ ແລະ ລາວ ແລະ ອື່ນໆ, ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງ 2 ນະຄອນຫຼວງ ຈະກາຍເປັນແບບຢ່າງເພື່ອໃຫ້ບັນດາທ້ອງຖິ່ນຂອງ 2 ປະເທດຮ່ຳຮຽນຕາມ.

    ສ່ວນທ່ານເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ອານຸພາບ ຕຸນາລົມ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ສະພາປະຊາຊົນສອງນະຄອນຫຼວງຈະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ຊ່ວຍບູລະນະໃຫ້ລະບົບອົງການນິຕິບັນຍັດຂອງນະຄອນຫຼວງວຽງຈັນໃຫ້ເຂັ້ມແຂງ. ປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ແລະ ປັບປຸງ ລະບົບການເມືອງ, ລະບົບນິຕິບັນຍັດຂອງລາວເວົ້າລວມ. ໃນຖານະຕຳແໜ່ງຂອງຕົນ, ທ່ານ ອານຸພາບ ຕຸນາລົມ ປາດຖະໜາວ່າ ການພົວພັນຮ່ວມມືກັບສະພາປະຊາຊົນນະຄອນ ຮ່າໂນ້ຍ ຈະໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top