ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຮັດວຽກກັບກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ

ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຄວນຕິດຕາມສະພາບການຢ່າງໃກ້ຊິດ ເພື່ອກຳນົດທິດໃນການປະຕິບັດບັນດາພາລະໜ້າທີ່ຂອງຕົນໃນໄລຍະຈະມາເຖິງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ. ພາບ: TTXVN

ທີ່ການເຮັດວຽກກັບກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດໃນຕອນບ່າຍວັນທີ 23 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ສະເໜີໃຫ້ກຳມາທິການ ສ້າງແຜນຮ່າງ ເພື່ອສືບຕໍ່ຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວ ແນໃສ່ປະຕິບັດມະຕິຂອງສະພາແຫ່ງຊາດຊຸດທີ XIV ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ກ່າວຄຳເຫັນທີ່ການເຮັດວຽກ, ທ່່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຕີລາຄາສູງບັນດາໝາກຜົນການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ        ໃນອາຍຸການສະພາແຫ່ງຊາດຊຸດທີ XIV.

        ກ່ຽວກັບໜ້າທີ່ຈະມາເຖິງ, ທ່່ານປະທານສະພາແຫ່ວຊາດ ເວືອງດີງເຫ້ວ ໄດ້ສະເໜີກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຄວນຕິດຕາມສະພາບການຢ່າງໃກ້ຊິດ ເພື່ອກຳນົດທິດໃນການປະຕິບັດບັນດາພາລະໜ້າທີ່ຂອງຕົນໃນໄລຍະຈະມາເຖິງ.

 (ແຫຼ່ງຄັດຈາກ VOV)


top