ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະກັບບັນດາ ອະດີດສະມາຊິກສະພາແຫ່ງຊາດສະເພາະກິດ

ຕອນບ່າຍວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ,ທ່ານ ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະກັບບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ 14 ຊຶ່ງບໍ່ໄດ້ຮັບການເລືອກຕັ້ງຄືນໃໝ່ ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ. 
ປະທານສະພາແຫ່ງຊາດ ເວືອງດີງເຫ້ວກ່າວຄຳເຫັນທີ່ການພົບປະ

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຢືນຢັນວ່າ     ບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ 14 ຊຶ່ງບໍ່ໄດ້ຮັບການເລືອກຕັ້ງຄືນໃໝ່ ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ ບໍ່ພຽງແຕ່ມີການອຸທິດສ່ວນໃຫ້ແກ່ສະພາແຫ່ງຊາດຊຸດທີ 14 ເທົ່ານັ້ນ, ຫາກຍັງອຸທິດສ່ວນໃຫ້ແກ່ ສະພາແຫ່ງຊາດຊຸດທີ 15 ໂດຍຜ່ານການປະກອບສ່ວນຂອງສະພາເລືອກຕັ້ງແຫ່ງຊາດອີກດ້ວຍ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ຮູ້ວ່າ :

    “ ເສີມຂະຫຍາຍບັນດາຜົນງານທີ່ບັນລຸມາໄດ້ຂອງ ສະພາແຫ່ງຊາດຊຸດທີ 14 , ໃນໄລຍະທີ່ຈະມາເຖິງ, ຂ້າພະເຈົ້າຫວັງວ່າ ບັນດາ ສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 14 ແລະ ພະນັກງານຂຶ້ນກັບສິດຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ພັກບຳນານ ເຖິງວ່າ ໄດ້ພັກງານແລ້ວກໍຕາມ, ແຕ່ບັນດາສ.ສ.ຊ ຍັງຄົງແມ່ນກຳລັງທີ່ມີຄຸນນະທາດ, ມີສະຕິປັນຍາ, ມີຄວາມຮັບຜິດຊອບ ແລະ ມີບົດຮຽນຕົວຈິງ. ເພາະສະນັ້ນ, ສະພາແຫ່ງຊາດ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ປະກອບຄຳຄິດເຫັນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ ”.

(ແຫຼ່ງຄັດຈາກ VOV)


top