ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy

ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນານີ້ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງລອນດອນ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Ian Hatton, ປະທານສະພາບໍລິຫານກຸ່ມບໍລິສັດ Enterprize Enegy (EE). ກຸ່ມບໍລິສັດພວມຈັດຕັ້ງປະຕິບັດ ໂຄງການ ໄຟຟ້າແຮງລົມນອກຝັ່ງທະເລ ທັງລອງວີນ ດ້ວຍກຳລັງ ການຜະລິດໄຟຟ້າ 3,4 GW ແລະ ໂຄງການຜະລິດຮີດໂຣແຊນທັງລອງ Wind 2 ດ້ວຍກຳລັງການຜະລິດ 2GW ຢູ່ແຂວງບີງຖ້ວນ.

ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ການນຳກຸ່ມບໍລິສັດ Enterprize Enegy

 ກ່າວຄຳເຫັນກັບທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ, ປະທານກຸ່ມ EE Ian Hatton ເຊື່ອໝັ້ນວ່າ ກຸ່ມບໍລິສັດຈະປະຕິບັດບັນດາໂຄງການຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ, ພິເສດແມ່ນໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ກອງປະຊຸມໃຫຍ່ຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສ.ປ.ຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ (COP 26). ທ່ານ Ian Hatton ຢືນຢັນວ່າ ກຸ່ມບໍລິສັດຍິນດີແບ່ງປັນເຕັກໂນໂລຊີໃນຂົງເຂດພະລັງງານທົດແທນກັບຫວຽດນາມ.

      ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ຫວຽດນາມ ພວມມີແຜນການເພີ່ມທະວີອັດຕາສ່ວນພະລັງງານທົດແທນຄື: ໄຟຟ້າແຮງລົມ, ແສງຕາເວັນ ໃນຍອດແຫຼ່ງສະໜອງພະລັງງານລວມຂອງ ຫວຽດນາມ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP26. ສະນັ້ນ, ທ່ານປະທານສະພາແຫ່ງຊາດສະເໜີກຸ່ມບໍລິສັດ ມອບໂອນການສຶກສາຄົ້ນຄ້ວາ ແລະ ເຕັກໂນໂລຊີໃໝ່ໃນຂົງເຂດພະລັງງານທົດແທນ.

(ແຫຼ່ງຄັດຈາກ VOV)

top