ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີຟື້ນຟູສະພາບການຍາກທີ່ນຳເອົາກົດໝາຍຜັນຂະຫຍາຍໃນສະພາບຄົວຈິງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງຄຳເຫັນມີການໄຈແຍກຢ່າງເລິກເຊິ່ງ
  (ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມ)  

 ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືບາງຮ່າງກົດໝາຍຍືນສະເໜຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ຕາມຮູບແບບໂດຍກົງຢູ່ຫໍສະພາແຫ່ງຊາດ ສົມທົບກັນທາງໄກ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມ. ກອງປະຊຸມໄດ້ປຶກສາຫາລືຮ່າງກົດໝາຍ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ; ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍ ຮູບເງົາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ).

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງຄຳເຫັນມີການໄຈແຍກຢ່າງເລິກເຊິ່ງ, ການອ້າງສາຍເຫດໜ້າຮັບຮູ້ກ່ຽວກັບບັນດາບັນຫາຂອງຮ່າງກົດໝາຍ ກໍ່ຄືບັນຫາສະພາບຕົວຈິງທີ່ໄດ້ວາງອອກ. ເລື່ອງກະກຽມຢ່າງລອບຄອບທີ່ຖ້ວນບັນດາຮ່າງກົດໝາຍ ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ, ເພື່ອແນໃສ່ຮັບປະກັນຄຸນນະພາບຢູ່ໃນລະດັບສູງສຸດໃຫ້ແກ່ບັນດາຮ່າງກົດໝາຍ, ພ້ອມທັງສາມາດປະຢັດເວລາດຳເນີນກອງປະຊຸມເປັນທາງການຂອງກອງປະຊຸມສະພາແຫ່ງຊາດສະໄໝຕ່າງໆຢ່າງສຸດຂີດ.



top