ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ລົງຕິດຕາມກວດກາ ເສັ້ນທາງດ່ວນເບັ້ນລຶກ-ລອງແທ່ງ ແລະ ສະໜາມບິນລອງແທ່ງ

ໂດຍສືບຕໍ່ການຢ້ຽມຢາມບັນດາແຂວງທາງທິດຕາເວັນອອກພາກໃຕ້, ຕອນເຊົ້າວັນທີ 2 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງກວດກາ ແລະ ຕິດຕາມກວດກາ ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການລົງທຶນກໍ່ສ້າງທາງດ່ວນ ເບັ້ນລຶກ-ລອງແທ່ງ ແລະ. ສະຫນາມບິນລອງແທ່ງ.

ໂດຍສືບຕໍ່ການຢ້ຽມຢາມບັນດາແຂວງທາງທິດຕາເວັນອອກພາກໃຕ້, ຕອນເຊົ້າວັນທີ 2 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງກວດກາ ແລະ ຕິດຕາມກວດກາ ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການລົງທຶນກໍ່ສ້າງທາງດ່ວນ ເບັ້ນລຶກ-ລອງແທ່ງ ແລະ. ສະຫນາມບິນລອງແທ່ງ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງກວດກາ ໂຄງການກໍ່ສ້າງ ສະຫນາມບິນລອງແທ່ງ

ກ່າວຄຳເຫັນທີ່ການພົບປະກັບການນຳບໍລິສັດໃຫຍ່ທ່າອາກາດສະຍານຫວຽດນາມ ແລະບັນດາພະນັກງານ, ວິສະວະກອນ, ກຳມະກອນ ແລະ ຜູ້ອອກແຮງງານ ຢູ່ໂຄງການທ່າອາກາດສະຍານສາກົນ ລອງແທ່ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວຖືວ່າ ນີ້ແມ່ນໂຄງການໃຫຍ່ຂອງປະເທດຊາດ ແລະ ຄາດວ່າຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2025, ແລະ ຄາດວ່າຈະກາຍເປັນໜຶ່ງໃນບັນດາສູນກາງຂົນສົ່ງທາງອາກາດ ທັນສະໄໝແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

    ແລະກໍ່ໃນຕອນເຊົ້າວັນທີ 2 ຕຸລາທ່ານປະທານສະພາແຫ່ງຊາດກໍໄດ້ລົງໄປກວດກາ ໂຄງການທາງດ່ວນເບັ້ນລຶກ-ລອງແທ່ງ, ຢ້ຽມຢາມປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ສະໜາມບິນລອງແທ່ງ ຢູ່ຕາແສງລົກອານບີງເຊີນ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 1 ຕຸລາ, ຢູ່ນະຄອນ ດົ່ງຊວາຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ແຂວງບິ່ງເຟືອກ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາວ່າ, ແຂວງບິ່ງເຟືອກບໍ່ພຽງແຕ່ແມ່ນເຂດດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຕິວັດເທົ່ານັ້ນ ຫາກຍັງມີທີ່ຕັ້ງຍຸດທະສາດສຳຄັນ, ແມ່ນບໍລິເວນເຊື່ອມຕໍ່ເຂດໄຕງວຽນ ກັບເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ ແມ່ນເຂດສະສົມພັດທະນາແຜ່ກະຈ່າຍຂອງ ນະຄອນ ໂຮ່ຈີມິນ, ບິ່ງເຢືອງ ນັບທັງດ້ານຕົວເມືອງ ແລະ ອຸດສາຫະກຳ ອີກດ້ວຍ. ທ່ານເນັ້ນໜັກວ່າ ສະພາບການຕົວຈິງມີການປ່ຽນແປງໂດຍໄວ, ທ່ານ ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ແຂວງບິ່ງເຟືອກ ເປັນເຈົ້າການໃນການກະກຽມຕ້ອນຮັບກະແສເງິນລົງທຶນໃໝ່ ໃນໄລຍະຈະມາເຖິງ, ກະກຽມພື້ນຖານໂຄງລ່າງໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ເຫັນເປັນດີຈີຕອນ... ໃນການພັດທະນາພື້ນຖານໂຄງລ່າງ (ເສັ້ນທາງຄວາມໄວສູງ), ທາງແຂວງຄວນສຸມໃສ່ຕອນເຊື່ອມຕໍ່ກັບນະຄອນໂຮ່ຈີມິນ ແລະ ເສັ້ນທາງຕອນເຈິນແທັງ - ນະຄອນ ຢາເງ້ຍ (ດັກນົງ); ຫຼັງຈາກນັ້ນສຸມໃສ່ໃຫ້ແກ່ການພັດທະນາອຸດສາຫະກຳ ເພື່ອແກ້ໄຂບັນຫາວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ເພີ່ມລາຍຮັບໃຫ້ແກ່ງົບປະມານແຫ່ງລັດ. ເມື່ອອຸດສາຫະກຳ ພັດທະນາ ຈະເຮັດໃຫ້ຕົວເມືອງພັດທະນາ. ທ່ານປະທານປະເທດ ສະເໜີໃຫ້ແຂວງບິ່ງເຟືອກ ຄວນເອົາໃຈໃສ່ເບິ່ງແຍງໃຫ້ແກ່ການພັດທະນາວິສາຫະກິດ, ກຸ່ມປະຕິບັດງານ, ບັນດາຮູບແບບເສດຖະກິດຕ່າງໆ ໄປຄຽງຄູ່ກັບຄວາມມານະພະຍາຍາມດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ເພື່ອແກ້ໄຂບັນຫາວຽກເຮັດງານທຳ, ຫັນປ່ຽນໂຄງປະກອບຜູ້ອອກແຮງງານ.

(ແຫຼ່ງຄັດຈາກ VOV)


top