ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບບັນດາອະດີດການນຳສະພາແຫ່ງຊາດ

      ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ, ຕອນບ່າຍວັນທີ 21/1, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການພົບປະກັບບັນດາອະດີດການນຳຂອງສະພາແຫ່ງຊາດ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ
      ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແຈ້ງໃຫ້ບັນດາອະດີດການນຳສະພາແຫ່ງຊາດ, ອະດີດກຳມະການຄະນະປະຈຳສະພາແຫ່ງຊາດຮັບຊາບກ່ຽວກັບໝາກຜົນການເຄື່ອນໄຫວຂອງປີທຳອິດຂອງສະພາແຫ່ງຊາດຊຸດທີ 15. ໂດຍຜ່ານການສະຫຼຸບບົດຮຽນໃນປີ 2020, ໃນປີ 2021, ສະພາແຫ່ງຊາດຊຸດທີ 15 ຍາມໃດກໍ່ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຮີບເຮັ່ງ, ເສີມຂະຫຍາຍຄວາມສາມັກຄີ ແລະ ສະຕິປັນຍາ,  ນຳບັນດາບັນຫາຂອງຊີວິດເສດຖະກິດ - ສັງຄົມມາພິຈາລະນາ ຕົກລົງທີ່ກອງປະຊຸມສະພາແຫ່ງຊາດຢ່າງທັນການ. ພ້ອມທັງຜັນຂະຫຍາຍວຽກງານເປັນຈຳນວນຫຼວງຫຼາຍ ທັງໃນບັນດາການເຄື່ອນໄຫວສ້າງກົດໝາຍ, ການຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.
     ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ດ້ວຍມູນເຊື້ອ 76 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດຫວຽດນາມ, ດ້ວຍຄວາມເອົາໃຈໃສ່, ນຳພາຂອງສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ, ຄວາມເຫັນດີເຫັນພ້ອມສະໜັບສະຫນູນຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນຂອງບັນດາປະເທດ. ໂດຍສະເພາະບັນດາອະດີດການນຳຂອງສະພາແຫ່ງຊາດ, ອະດີດກຳມະການ ຄະນະປະຈຳສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດຊຸດທີ 15 ຈະສືບຕໍ່ປ່ຽນແປງໃໝ່ໃຫ້ສົມບູນແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)
 

top