ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ

ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.

ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນໂຈມ ອຸບົນປະເສີດ

ຕອນບ່າຍວັນທີ 16 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນໂຈມ ອຸບົນປະເສີດ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແບ່ງປັນບັນດາບົດຮຽນຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າ, ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.

        ສ່ວນທ່ານລັດຖະມົນຕີ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າໃນໄລຍະຈະມາເຖິງນີ້, ກະຊວງການເງິນ ລາວ ສະເໜີໄປຢ້ຽມຢາມ ແລະ ແລກປ່ຽນການຮ່ວມມືຂອງ 2 ອົງການໃນໄລຍະ 5 ປີຈະມາເຖິງ, ພ້ອມທັງຮ່ຳຮຽນເອົາບົດຮຽນຂອງກະຊວງການເງິນ ຫວຽດນາມ ໃນເລື່ອງປະຕິຮູບວິສາຫະກິດ ແລະ ແກ້ໄຂໜີ້ສາທາລະນະ.

        ທີ່ການຕ້ອນຮັບທ່ານ ມະໄລທອງ ກົມມະສິດ, ປະທານອົງການກວດສອບແຫ່ງລັດ ລາວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ອົງການກວດສອບແຫ່ງລັດ ຫວຽດນາມ - ລາວ ຈົ່ງເພີ່ມທະວີເນື້ອໃນການຮ່ວມມື, ຮູບແບບການຮ່ວມມືຢ່າງຮອບດ້ານກວ່າ ເພື່ອແນໃສ່ສ້າງລະບອບລະບຽບການ, ການຈັດຕັ້ງກົງຈັກ ແລະ ວິຊາສະເພາະຢູ່ແຕ່ລະອົງການໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)


top