ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້: ກະກຽມໃຫ້ວາລະຊັກຖາມ ແລະ ຕອບຄຳຊັກຖາມໃຫ້ເປັນຢ່າງດີ

ຄະນະປະຈຳສະພາແຫ່ງຊາດໄດ້ລົງຄະແນນສຽງດ້ວຍການປ່ອນບັດ ແລະ ເລືອກເອົາ 2 ກຸ່ມເນື້ອໃນຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເພື່ອຊັກຖາມຢູ່ທີ່ກອງປະຊຸມ.

  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: qdnd.vn)  

 ດິ່ງເຫວ້ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມ ໃນກອງປະຊຸມເທື່ອທີ 9, ຄະນະປະຈຳສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ: ຄະນະປະຈຳສະພາແຫ່ງຊາດໄດ້ລົງຄະແນນສຽງດ້ວຍການປ່ອນບັດ ແລະ ເລືອກເອົາ 2 ກຸ່ມເນື້ອໃນຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເພື່ອຊັກຖາມຢູ່ທີ່ກອງປະຊຸມ. ທ່ານປະທານສະພາແຫ່ງຊາດເນັ້ນໜັກກ່ຽວກັບຄຳຮຽກຮ້ອງກະກຽມເພື່ອໃຫ້ການຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມເທື່ອທີ 9 ຂອງຄະນະປະຈຳສະພາແຫ່ງຊາດປະສົບຜົນສໍາເລັດຢ່າງຈົບງາມ. ເປົ້າໝາຍແມ່ນບັນລຸໄດ້ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ໃກ້ຊິດຕິດແທດ, ຖືກຕ້ອງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ປະກອບສ່ວນຍົກສູງກຳລັງຄວາມສາມາດຄຸ້ມຄອງລັດ, ໂດຍສະເພາະແມ່ນໃນໄລຍະປັດຈຸບັນ.



top