ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez

ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນຕື່ມ.
  ທີ່ການພົບປະເຈລະຈາ (ພາບ: TTXVN)  

ວັນທີ 20 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາແຫ່ງຊາດ ກຸຍບາ, ນະຄອນຫຼວງ La Habana, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ແລະ ສະພາແຫ່ງລັດ ກຸຍບາ Esteban Lazo Hernandez.

ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນຕື່ມ; ທ່ານໄດ້ຕີລາຄາສູງ ແລະ ອວຍພອນບັນດາຜົນງານຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19, ຮັກສາທ່າເຕີບໂຕເສດຖະກິດ; ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບນ້ຳໃຈສາມັກຄີ, ການສະໜັບສະໜູນຢ່າງຈິງໃຈ, ການໜູນຊ່ວຍຢ່າງປອດໄສ, ສັດຊື່ທີ່ມີຕໍ່ພາລະກິດການປະຕິວັດຂອງ ກຸຍບາ, ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດນັບແຕ່ກ່ອນມາຮອດປະຈຸບັນ.

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນຳພາຂອງພັກ, ລັດ ປະຊາຊົນ ກຸຍບາ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ ບົນເສັ້ນທາງປົກປັກຮັກສາ ແລະ ສ້າງສາປະເທດ ກຸຍບາ ສັງສົມນິຍົມ, ວັດທະນາຖາວອນ ແລະ ຄວາມຜາສຸກ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຍິນດີທີ່ ທ່ານ Esteban Lazo Hernandez ໄດ້ຮັບຄວາມໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນ ກຸຍບາ, ສືບຕໍ່ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຍບາ ແລະ ເຊື້ອເຊີນທ່ານປະທານສະພາແຫ່ງຊາດ ກຸຍບາ ມາຢ້ຽມຢາມ ຫວຽດນາມ ໃນໄລຍະໄວໆນີ້.

ທີ່ການພົບປະເຈລະຈານີ້, ການນຳ 2 ທ່ານກໍ່ແລກປ່ຽນໂຄງການດຳເນີນງານ 2 ຝ່າຍໂດຍສັງເຂບ ແລະ ເປັນເອກະພາບຕໍ່ມາດຕະການເພີ່ມທະວີການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ສະພາແຫ່ງຊາດ 2 ປະເທດເວົ້າສະເພາະ; ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການ ກຸຍບາ ສາມັກຄີກັບພາກໃຕ້ ຫວຽດນາມ (ເດືອນກັນຍາ 1963), 50 ປີແຫ່ງຜູ້ນຳ Fidel Castro ມາຢ້ຽມຢາມ ຫວຽດນາມ ແລະ ໄປເຂດປົດປ່ອຍາງພາກໃຕ້ ຫວຽດນາມ ເປັນຄັ້ງທຳອິດ (ເດືອນກັນຍາ 1973) ຢູ່ນະຄອນ Santiago de Cuba ກໍຄື 2 ແຂວງ ກວາງຈີ້, ກວາງບິ່ງ; ຜ່ານນັ້ນ ກໍ່ສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ສັດຊື່, ບໍລິສຸດຜຸດຜ່ອງລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປະກາດຂໍ້ຕົກລົງມອບເຂົ້າສານ 5.000 ໂຕນໃຫ້ແກ່ປະຊາຊົນ ກຸຍບາ ອ້າຍນ້ອງ, ມອບ Ipad ໃຫ້ແກ່ສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນຂອງ ກຸຍບາ 300 ເຄື່ອງ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ກໍ່ໄດ້ມອບຂອງຂວັນໃຫ້ຄູ່ຮ່ວມມື ກຸຍບາ ເຊັ່ນດຽວກັນ.

ແລະກໍ່ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ ກຸຍບາ, ສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ກຸຍບາ ຈັດພິທີມອບຫຼຽນໄຊໃຫ້ບັນດາການນຳ ກຸຍບາ.

ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ, ມອບໃບຍ້ອງຍໍ ແລະ ດອກໄມ້ ໃຫ້ແກ່ທ່ານ Esteban Lazo Hernandez ຍ້ອນມີຜົນງານອັນໃຫຍ່ຫຼວງໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຍຸບາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ປະດັບຫຼຽນໄຊມິດຕະພາບ, ມອບໃບຍ້ອງຍໍ ແລະ ດອກໄມ້ ໃຫ້ແກ່ບັນດາການນຳສະພາແຫ່ງຊາດ ກຸຍບາ.

 


top