ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບພົນເອກ Raul Castro Ruz ແລະ ເລຂາຜູ້ທີໜຶ່ງ, ປະທານກູບາ Miguel Diaz -Canel

ທ່ານ ພົນເອກ Raul Castro Ruz ແລະ ທ່ານ Miguel Diaz -Canel, ເລຂາຜູ້ທີໜຶ່ງ, ປະທານກູບາ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບການນຳການປະຕິວັດ ກຸຍບາ, ພົນເອກ Raul Castro Ruz (ພາບ:quochoi.vn)  

ວັນທີ 20 ເມສາ, ຕາມເວລາທ້ອງຖິ່ນ, ຢູ່ວັງປະຕິວັດ ກຸຍບາ, ນະຄອນຫຼວງ La Habana, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບການນຳການປະຕິວັດ ກຸຍບາ, ພົນເອກ Raul Castro Ruz ແລະ ທ່ານ Miguel Diaz -Canel, ເລຂາຜູ້ທີໜຶ່ງ, ປະທານກູບາ.

ທີ່ການພົບປະ, ທ່ານ ພົນເອກ Raul Castro Ruz ແລະ ທ່ານ Miguel Diaz -Canel, ເລຂາຜູ້ທີໜຶ່ງ, ປະທານກູບາ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຖືວ່າ ການຢ້ຽມຢາມມີຫຼາຍຄວາມໝາຍ ແລະ ສະແດງລັກສະນະຮອບດ້ານໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບໃຫ້ການນຳ ກຸຍບາ ປຶ້ມດ້ວຍຫົວຂໍ້ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ລັດທິສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez ໄດ້ເຂົ້າຮ່ວມລາຍການວັດທະນະທຳ, ສະແດງສິລະປະຂ່ຳນັບຮັບຕ້ອນຜົນສຳເລັດຂອງກອງປະຊຸມພິເສດຂອງສະພາແຫ່ງຊາດ ກຸຍບາ ຊຸດທີ X; ສະເຫຼີມສະຫຼອງ 50 ປີຜູ້ນຳ Fidel Castro Ruz ມາ ຫວຽດນາມ ແລະ ໄປຢ້ຽມຢາມເຂດ ປົດປ່ອຍພາກໃຕ້ ຫວຽດນາມ ຄັ້ງທຳອິດ; ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການສາມັກຄີກັບພາກໃຕ້ ຫວຽດນາມ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1960 – 2023).

 


top