ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຄະນະຜູ້ແທນນັກຂ່າວຍິງດີເດັ່ນ

ສະພາແຫ່ງຊາດຊຸດຕ່າງໆລ້ວນແຕ່ຖືບົດບາດຂອງວຽກງານສື່ມວນຊົນເປັນສຳຄັນ; ທ່ານຢືນຢັນວ່າ ສື່ມວນຊົນຕ້ອງກາຍເປັນຂົວຕໍ່ລະຫວ່າງພັກ, ລັດ, ສະພາແຫ່ງຊາດ ກັບປະຊາຊົນຢ່າງແທດຈິງ.
  (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຄະນະຜູ້ແທນນັກຂ່າວຍິງດີເດັ່ນ)  

ຕອນເຊົ້າວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ແທນນັກຂ່າວຍິງດີເດັ່ນ.

ພາຍຫຼັງເຄື່ອນໄຫວເປັນເວລາກວ່າ 20 ປີ, ນັບແຕ່ວັນສ້າງຕັ້ງຄື ວັນທີ 21 ມິຖຸນາ 2002, ສະໂມສອນນັກຂ່າວຍິງ ຫວຽດນາມ ໄດ້ມີການເຄື່ອນໄຫວບັນລຸປະສິດທິຜົນໃນຫຼາຍຂົງເຂດ, ຄື: ພັດທະນາສະໂມສອນ, ການເຄື່ອນໄຫວດ້ານວິຊາສະເພາະ, ການເຄື່ອນໄຫວໃຈບຸນໃຈກູຊົນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊີ້ແຈ້ງວ່າ, ສະພາແຫ່ງຊາດຊຸດຕ່າງໆລ້ວນແຕ່ຖືບົດບາດຂອງວຽກງານສື່ມວນຊົນເປັນສຳຄັນ; ທ່ານຢືນຢັນວ່າ ສື່ມວນຊົນຕ້ອງກາຍເປັນຂົວຕໍ່ລະຫວ່າງພັກ, ລັດ, ສະພາແຫ່ງຊາດ ກັບປະຊາຊົນຢ່າງແທດຈິງ.

 “ເມື່ອເວົ້າເຖິງສື່ມວນຊົນປະວິວັດ ຫວຽດນາມ ຕ້ອງມີນັກຂ່າວປະຕິວັດ ຫວຽດນາມ. ໃນບໍ່ວ່າສະພາບການໃດ, ນັກຂ່າວປະຕິວັດ ຫວຽດນາມ ກໍ່ຕ້ອງຢືດໝັ້ນເພື່ອປະກອບສ່ວນເຂົ້າພາລະກິດລວມ ໂດຍພັກປຸກລະດົມ ແລະ ນຳພາ. ພ້ອມທັງ, ຢືດໝັ້ນຕໍ່ສູ້ ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ; ຕັ້ງໜ້າຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ເພື່ອພາລະກິດລວມຂອງປະເທດຊາດ, ຂອງປະຊາຊົນ”.

 


top