ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ

ໃນການປະຕິບັດງານຄັ້ງນີ້, ຄະນະຖອດຖອນໄດ້ຫຼາຍບົດຮຽນ, ປະສົບການຂອງ ຫວຽດນາມ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນຕ່າງໆ
   Chủ tịch Quốc hội Vương Đình Huệ tiếp Phó chủ tịch Quốc hội Lào Khambay Damlath  

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວແລກປ່ຽນບົດຮຽນກັບສະພາແຫ່ງຊາດ ລາວ ແລະ ປາດຖະໜາຢາກເຂົ້າຮ່ວມບັນດາຮູບແບບທີ່ດີ, ບົດຮຽນອັນລ້ຳຄ່າຂອງລາວ ເພື່ອໃຫ້ສະພາແຫ່ງຊາດ ຫວຽດນາມ ເຄື່ອນໄຫວນັບມື້ນັບມີປະສິດທິຜົນກ່ວາເກົ່າ. ນີ້ແມ່ນການຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນຕອນເຊົ້າວັນທີ 28 ກຸມພາ, ທີ່ສຳນັກງານສະພາແຫ່ງຊາດ, ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ລາວ ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ .

ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ ໃຫ້ຮູ້ວ່າ: ໃນການປະຕິບັດງານຄັ້ງນີ້, ຄະນະຖອດຖອນໄດ້ຫຼາຍບົດຮຽນ, ປະສົບການຂອງ ຫວຽດນາມ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນຕ່າງໆ. ຄະນະກໍ່ໄດ້ມີການເຈລະຈາກັບທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ເຮັດວຽກກັບຄະນະວຽກງານສະມາຊິກສະພາແຫ່ງຊາດຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ເພື່ອແລກປ່ຽນບົດຮຽນກ່ຽວກັບບຸກຄະລາກອນຂອງສະພາປະຊາຊົນ, ວຽກງານປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ວຽກງານການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາແຫ່ງຊາດ.


top