ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງບັນດາຄຳເຫັນຂອງນັກຊ່ຽວຊານໃນການພິຈາລະນາບັນດາບົດລາຍງານ

ບັນດານັກຊ່ຽວຊານໄດ້ຊີ້ໃຫ້ເຫັນບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດ, ສະເໜີແນະຕ້ອງມີແຜນການສັງລວມ ກ່ຽວກັບບັນດາກໍລະນີອາດຈະເກີດຂຶ້ນ.
  ການເຮັດວຽກຢູ່ຫໍສະພາແຫ່ງຊາດ  

ຕອນບ່າຍວັນທີ 5 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານການເຮັດວຽກກັບບັນດານັກຊ່ຽວຊານດ້ານເສດຖະກິດ ເພື່ອຮັບຟັງບັນດາບົດລາຍງານຕີລາຄາສັງລວມກ່ຽວກັບເສດຖະກິດ, ສັງຄົມໃນປີ 2022 ແລະ ໄຕມາດ I ປີ 2023 ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຈະຈັດຂຶ້ນໃນເດືອນນີ້.

        ທີ່ການເຮັດວຽກ, ບັນດານັກຊ່ຽວຊານໄດ້ຊີ້ໃຫ້ເຫັນບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດ, ສະເໜີແນະຕ້ອງມີແຜນການສັງລວມ ກ່ຽວກັບບັນດາກໍລະນີອາດຈະເກີດຂຶ້ນ. ບັນດານັກຊ່ຽວຊານກໍ່ເນັ້ນໜັກຕ້ອງຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ບັນຫາແກ້ໄຂກໍລະນີວິກິດການ; ປະຕິບັດບັນດາມາດຕະການໝູນໃຊ້ສັນຍາການຄ້າເສລີລຸ້ນໃໝ່, ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ນຳບັນຫາກ່ຽວຂ້ອງເຖິງເສດຖະກິດສ່ວນຕົວ, ບໍລິໂພກເຂົ້າລະບົບການສຶກສາ; ພິເສດຕ້ອງມີກົດໝາຍປົກປ້ອງຜູ້ບໍລິໂພກດ້ານການເງິນ.

 


top