ຂ່າວສານ

ປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ພົບປະທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ

ຕອນເຊົ້າວັນທີ 13 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ.
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ VGP

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຖືວຽກງານປັບປຸງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບກັບ ຈີນ ເປັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ເປັນຄຳຮຽກຮ້ອງພາວະວິໄສ, ເປັນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງປ່ຽນແປງໃໝ່ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ. ພ້ອມທັງສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ເສີມຂະຫຍາຍບົດບາດນິຕິບັນຍັດ, ຕິດຕາມກວດກາໃນການຊຸກຍູ້ການພົວພັນສອງປະເທດ, ຍູ້ແຮງການແລກປ່ຽນບົດຮຽນປະສົບການກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ.

ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ  ເຈິ່ນແທັງເໝິນ; ພ້ອມທັງຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຈີນ ປາດຖະໜາພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປັບປຸງ, ຖະໜຸຖະໜອມ ແລະ ເສີມຂະຫຍາຍການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ.


top