ຂ່າວສານ

ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມທົ່ວປະເທດກ່ຽວກັບວຽກງານກວດກາ, ຕິດຕາມກວດກາຂອງພັກ

      ຕອນເຊົ້າວັນທີ 23 ມັງກອນ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫລຸບວຽກງານກວດກາ, ຕິດຕາມກວດກາຂອງພັກປີ 2018, ຜັນຂະຫຍາຍໜ້າທີ່ວຽກງານປີ 2019.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ປີ 2019 ແມ່ນປີສຳຄັນ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016-2020 ຢ່າງມີໄຊ, ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ໃນສະພາບການນັ້ນ, ບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ, ຄະນະກຳມະການກວດກາຂັ້ນຕ່າງໆແມ່ນສຳຄັນທີ່ສຸດ. ສະນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ດຳເນີນວຽກງານກວດກາ, ຕິດຕາມກວດກາຢ່າງແຮງກ່ວາ, ຂ້ຽວຂາດກ່ວາ ແລະ ເປັນປະຈຳ, ຮອບດ້ານ, ເປີດເຜີຍ, ປະຊາທິປະໄຕ, ລະມັດລະວັງ.
 (ແຫຼ່ງຄັດຈາກ VOV)


top