ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເປັນປະທານກອງປະຊຸມສະຫຼຸບປີ ປະທານ AIPA 2020 ແລະ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41

      ຕອນບ່າຍວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຫົວໜ້າຄະນະຊີ້ນຳແຫ່ງຊາດ AIPA ຄັ້ງທີ 41 ໄດ້ເປັນປະທານກອງປະຊຸມສະຫຼຸບ ປີປະທານ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ 2020 (ປະທານ AIPA 2020) ແລະ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA ຄັ້ງທີ 41).

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ປີ 2020 ແມ່ນປີ ຫວຽດນາມ ຮັບ 3 ໜ້າທີ່ສຳຄັນຄືເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ປະທານ ອາຊຽນ ແລະ ປະທານ AIPA ແລະ ກໍເປັນປີທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດ ແຕ່ກໍສາມາດຢັ້ງຢືນໄດ້ວ່າ ຫວຽດນາມ ປະຕິບັດສຳເລັດທັງສາມໜ້າທີ່ສຳຄັນໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ.
        ການຈັດຕັ້ງ ກອງປະຊຸມປະຈຳປີ ຄັ້ງທີ 26 ຂອງ ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ປະສົບຜົນສຳເລັດ (APPF – 26) ພ້ອມດ້ວຍບັນດາໝາກຜົນຂອງປີ ປະທານ AIPA 2020 ໄດ້ສ້າງຂີດໝາຍເພີ່ມເຕີມໃຫ້ແກ່ການເຄື່ອນໄຫວການທູດລັດຖະສະພາ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງການເຄື່ອນໄຫວການຕ່າງປະເທດຂອງພັກ, ລັດ ຫວຽດນາມ.
        ວຽກງານການຕ່າງປະເທດຫຼາຍຝ່າຍຂອງ ສະພາແຫ່ງຊາດຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນກ່ຽວກັບການເຊື່ອມຕໍ່ບັນດາອົງການລັດຖະສະພາ ເຊິ່ງ ສະພາແຫ່ງຊາດຫວຽດນາມ ເປັນສະມາຊິກ, ຜ່ານນັ້ນ ເສີມຂະຫຍາຍໄດ້ກຳລັງແຮງສັງລວມ, ດຶງດູດການເຂົ້າຮ່ວມຂອງລັດຖະສະພາສາກົນ ແລະ ພາກພື້ນ ເປັນຈຳນວນຫຼາຍ, ປະກອບສ່ວນຍົກສູງບົດບາດ ແລະ ທີ່ຕັ້ງບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນສະຫະພັນ ລັດຖະສະພາສາກົນ (IPU), ເວທີປາໄສ ລັດຖະສະພາ ອາຊີ - ປາຊີຟິກ (APPF), AIPA,…/.
(ແຫຼ່ງຄັດຈາກ VOV)


top