ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປ ສຽມຣຽບ, ກຳປູເຈຍ

      ຕອນບ່າຍວັນທີ 14 ມັງກອນ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ນຳໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າຄະນະ ເດີນທາງໄປ ກຳປູເຈຍ ເພື່ອເຂົ້າຮ່ວມເວທີປາໄສ ລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 27.

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປ ສຽມຣຽບ, ກຳປູເຈຍ (ພາບປະກອບ: vov) 
      ຕ້ອນຮັບຄະນະທີ່ສະໜາມບິນ ສຽມຣຽບ, ມີທ່ານ Leng Peng Long ເລຂາທິການໃຫຍ່ ສະພາແຫ່ງຊາດ ກຳປູເຈຍ, ຫົວໜ້າກົມພິທີການ ຄະນະເລຂາສະພາຕ່ຳ, ພ້ອມດ້ວຍພະນັກງານຄະນະຈັດຕັ້ງ ແ ແລະ ພະນັກງານພິທີການ ຂອງກຳປູເຈຍ ຈຳນວນໜຶ່ງ. ສ່ວນຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ; ທ່ານ ເລຕ໋ວນແຄັງ ຫົວໜ້າສະຖານກົງສຸນ ແລະ ບັນດາພະນັກງານສະຖານທູດ. ຄາດວ່າ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະມີບົດກ່າວປາໄສທີ່ພິທີເປີດ ໃນຖານະເປັນປະທານ APPF-26 ແລະ ຈະພົບປະສອງຝ່າຍກັບບັນດາການນຳລັດຖະສະພາ ບາງປະເທດ. ນອກນັ້ນ, ຢູ່ແຕ່ລະກອງປະຊຸມຄົບຄະນະ, ຄະນະຜູ້ແທນ ຫວຽດນາມ ກໍ່ຈະມີບົດປາໄສ ກ່ຽວກັບໜຶ່ງໃນບັນດາຫົວຂໍ້ຂອງກອງປະຊຸມ.
ໃນຕອນບ່າຍວັນທີ 14 ມັງກອນ ໄດ້ດຳເນີນກອງປະຊຸມ ສະມາຊິກລັດຖະສະພາຍິງ APPF, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ລາຍງານການປະຕິບັດມະຕິ ຊຸກຍູ້ຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍ ເພື່ອການພັດທະນາຍືນຍົງ ແລະ ວັດທະນາຖາວອນລວມ ໃນພາກພື້ນຂອງ APPF ແລະ ກ່າວຄຳເຫັນກ່ຽວກັບ “ການຊຸກຍູ້ສິດສະເໝີພາບ ລະຫວ່າງ ຍີງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ”.
 (ແຫຼ່ງຄັດຈາກ VOV)


top