ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບແມ່ຫວຽດນາມວິລະຊົນ

      ຕອນບ່າຍວັນທີ 24 ກໍລະກົດ, ກ່າວຄຳເຫັນທີ່ການພົບປະກັບແມ່ຫວຽດນາມວິລະຊົນ 300 ຄົນ ເຊິ່ງເປັນຜູ້ຕາງໜ້າທີ່ດີເດັ່ນໃຫ້ແກ່ແມ່ຫວຽດນາມວິລະຊົນໃນທົ່ວປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ໃນປະຫວັດສາດແຫ່ງການຕໍ່ສູ້, ປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ແມ່ຫວຽດນາມວິລະຊົນແມ່ນນັກຮົບ, ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງປະເທດຊາດ, ສ້າງເປັນຮູບຮ່າງຂອງປະເທດຊາດຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  (ພາບ: TTXVN)
      ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຂອງແມ່ຫວຽດນາມວິລະຊົນ, ຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ຂະແໜງການທຸກຂັ້ນ, ທຸກທ້ອງຖິ່ນ, ໂດຍສະເພາະແມ່ນກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງປະຕິບັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ເປັນຢ່າງດີກ່ວາ, ພິເສດແມ່ນເອົາໃຈໃສ່ເບິ່ງແຍງ, ລ້ຽງດູແມ່ຫວຽດນາມ ວິລະຊົນເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)


top