ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU 150, ຢ້ຽມຢາມ ຢູເບກິດສະຖານ ແລະ ອາກເມນີ ຢ່າງເປັນທາງການ

ແຕ່ວັນທີ 02 – 08 ເມສາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຈະຕ່າງໜ້າການນຳພັກ, ລັດ ຫວຽດນາມ, ແລະ ພັນລະຍາ ຈະເຂົ້າຮ່ວມ ກອງປະຊຸມ IPU - 150
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

 ວັນທີ 28 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ແຕ່ວັນທີ 02 – 08 ເມສາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຈະຕ່າງໜ້າການນຳພັກ, ລັດ ຫວຽດນາມ, ແລະ ພັນລະຍາ ຈະເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU - 150), ຢ້ຽມຢາມ ຢູເບກິດສະຖານ ແລະ ອາກເມນີ ຢ່າງເປັນທາງການ.

ການຢ້ຽມຢາມໄດ້ປະຕິດຕາມຄຳເຊີນຂອງທ່ານ Tulia Ackson, ປະທານ IPU ແລະ ທ່ານ Martin Chungong, ເລຂາທິການໃຫຍ່ IPU; ທ່ານ Tanzila Narbaeva, ປະທານສະພາສູງ ຢູເບກິດສະຖານ ແລະ ທ່ານ Alen Simonyan, ປະທານສະພາແຫ່ງຊາດ ອາກເມນີ.


top