ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ

      ຕອນເຊົ້າວັນທີ 16 ຕຸລາ (ຕາມເວລາທ້ອງຖິ່ນ) ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ອອກຈາກນະຄອນ Saint Petersburg ແຫ່ງສະຫະພັນ ລັດເຊຍ
 
            ສິ້ນສຸດ ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU-137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເດີນທາງອອກຈາກສະຫະພັນ ລັດເຊຍ ໄປຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາສູງ ສາທາລະນະລັດ ກາຊັກສະຖານ Kassym Zhomart Tokayev ແລະ ປະທານສະພາຕ່ຳ ສາທາລະນະລັດ ກາຊັກສະຖານ Nurlan Nigmatulin.
 (ແຫຼ່ງຄັດຈາກ VOV)

top