ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ

      ວັນທີ 26 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເມືອງ ກູ໋ຈີ, ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ. 

ທ່ານນາງ ຫງວຽນທິກິມເງິນ ຢື້ຢາມຖາວຂ່າວ ແມ່ ຫວຽດນາມ ວິລະຊົນ ເມືອງ ກູ໋ຈີ
      ຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະ, ອຸທິດສ່ວນຂອງບັນດາທະຫານເຈັບປ່ວຍ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ອາໄລຫາ, ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ເຂດສຸສານ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເມືອງ ກູ໋ຈີ ແລະ ວິຫານອາໄລຫາ ເບັ໋ນເຢືອກ.
 (ແຫຼ່ງຄັດຈາກ VOV)

top