ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານກອງປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ

      ໃນຕອນບ່າຍວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 3 ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ , ປະທານ ສະພາເລືອກຕັ້ງແຫ່ງຊາດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານກອງປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ
      ກອງປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ ໄດ້ຮັບຟັງການລາຍງານຂອງໝາກຜົນຂອງການດັດປັບພາຍຫຼັງກອງປະຊຸມປຶກສາການເມືອງຄັ້ງທີ 1 ກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນ ສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາບການບັນດາອົງການ ສຳນັກງານ ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ກະກຽມໃຫ້ແກ່ກອງປະຊຸມປຶກສາການເມືອງຄັ້ງທີ 2 ເພື່ອຂຶ້ນບັນຊີລາຍຊື່ບັນດາຜູ້ສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ.
  ປະຈຸບັນ, ບັນດາອົງການ ສຳນັກງານ ຫົວໜ່ວຍ ພວມຕັ້ງໜ້າຜັນຂະຫຍາຍບັນດາບາດກ້າວຂອງຂັ້ນຕອນແນະນຳ ບັນດາຜູ້ສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນອາຍຸການ 2021-2026, ກຳນົດເວລາແມ່ນຮອດວັນທີ 11 ມີນາທີ່ຈະມາເຖິງ.
       ທີ່ກອງປະຊຸມ, ສະພາເລືອກຕັ້ງແຫ່ງຊາດໄດ້ລົງມະຕິຮັບຮອງເອົາຮ່າງມະຕິກຳນົດກ່ຽວກັບຈຳນວນເຂດເລືອກຕັ້ງ, ບັນຊີລາຍຊື່ບັນດາ ເຂດເລືອກຕັ້ງ ແລະ ຈຳນວນ ສະມາຊິກສະພາແຫ່ງຊາດຢູ່ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)


top