ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ້ອຽນ

ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ້ອຽນ, ຕອນເຊົ້າວັນທີ 30 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມແມ່ຫວຽດນາມວິລະຊົນ ຫງວຽທິຊື້ ແລະ ບາງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນຕຸຍຮ່ວາ.

ທ່ານນາງປະທານສະພາແຫ່ງຊ ຫງວຽນທິກິມເງິນ ຂຶ້ນກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30
ປີແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່ 

ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່ 1/7/1989-1/7/2019) ແລະ ຕອ້ນຮັບຫຼຽນໄຊເອກະລາດຊັ້ນໜຶ່ງໂດຍປະທານປະເທດມອບໃຫ້.

    ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ :

    “ ພື້ນຖານເສດຖະກິດຂອງແຂວງໃນຫຼາຍປີທີ່ຜ່ານມາ ໄດ້ບັນລຸລະດັບການເຕີບໂຕສູງພໍສົມຄວນ ແລະ ໄດ້ມີບາດກ້າວຫັນປ່ຽນຢ່າງແຂງແຮງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຂົງເຂດອຸດສາຫະກຳ, ການຄ້າ, ການບໍລິການ ນັບມື້ນັບຂະຫຍາຍຕົວ ແລະ ສ້າງມູນຄ່າເພີ່ມສູງ. ຊຸມປີມໍ່ໆມານີ້, ທາງແຂວງໄດ້ເອົາໃຈໃສ່ຂຸດຄົ້ນ ແລະ ພັດທະນາບັນດາຂະແໜງເສດຖະກິດທະເລຕິດພັນກັບການພັດທະນາການທ່ອງທ່ຽວໃຫ້ແຂງແຮງ, ອັນໄດ້ນຳມາເຊິ່ງບັນດາໝາກຜົນທີ່ດີ ແລະ ເປີດທິດກ້າວເດີນໃໝ່ໃນອະນາຄົດ ”.

(ແຫຼ່ງຄັດຈາກ VOV)


top