ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດຮຸງກາຮີ

      ຕອນບ່າຍວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າອົງການໄອຍະການສູງສຸດຮຸງກາຮີ Peter POLT

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະທ່ານຫົວໜ້າອົງການໄອຍະການສູງສຸດຮຸງກາຮີ
      ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມຫວັງວ່າ ການຮ່ວມມືລະຫວ່າງເພີ່ມທະວີລະຫວ່າງອົງການໄອຍະການສູງສຸດຮຸງກາຮີ ແລະ ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຈະເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ ຜ່ານການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆເພື່ອແລກປ່ຽນ ຖອດຖອນບົດຮຽນ.
    ສ່ວນ ທ່ານຫົວໜ້າອົງການໄອຍະການສູງສຸດຮຸງກາຮີ Peter POLT ໄດ້ແຈ້ງໃຫ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຮັບຊາບກ່ຽວກັບໝາກຜົນການເຮັດວຽກກັບ ອົງການໄອຍະການປະຊາຊົນສູງສຸດຫວຽດນາມໃນຕອນເຊົ້າວັນດຽວກັນ. ທ່ານຫົວໜ້າອົງການໄອຍະການສູງສຸດຮຸງກາຮີ Peter POLT ປາດຖະໜາວ່າ ຈະເພີ່ມທະວີການພົວພັນຮ່ວມມືກັບສະພາແຫ່ງຊາດຫວຽດນາມໃນຂົງເຂດນິຕິບັນຍັດຫຼາຍຂຶ້ນອີກ.
 (ແຫຼ່ງຄັດຈາກ VOV)
 
 


top