ຂ່າວສານ

ປະທານສະພາແຫ່ງຊາດ ລາວ ລົງຢ້ຽມຊົມຮູບແບບເສດຖະກິດກຸ່ມບໍລິສັດຢູ່ ຫວຽດນາມ

      ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ Vingroup

ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ລາວ.
      ທີ່ການເຮັດວຽກ, ໃນຕອນເຊົ້າວັນທີ 6 ມີນາ, ທ່ານນາງ ປານີ ຢາທໍ່ຕູ້ ແລະ ບັນດາສະມາຊິກໃນຄະນະໄດ້ສະແດງຄວາມສົນໃສ່ ແລະ ຕີລາຄາສູງຕໍ່ບັນດາຜົນງານທີ່ Vingroup ບັນລຸໄດ້, ໂດຍສະເພາະແມ່ນຮູບແບບບັນດາເຂດຕົວເມືອງຂອງກຸ່ມບໍລິສັດນີ້. ທ່ານນາງ ປານີ ຢາທໍ່ຕູ້ ກໍ່ສະແດງຄວາມປາດຖະໜາວ່າ Vingroup ຈະຄົ້ນຄ້ວາການລົງທຶນເຂົ້າໃນຕະຫຼາດລາວ.
            ທ່ານ ຫງວຽນວຽດກວາງ, ຮອງປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Vingroup ໃຫ້ຮູ້ວ່າ Vingroup ພວມຜັນຂະຫຍາຍການເປີດກ້ວາງບັນດາການເຄື່ອນໄຫວດຳເນີນທຸລະກິດອອກສູ່ນອກຫວຽດນາມ ແລະ ລາວກໍ່ເປັນສາຖານທີ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອມ.
 (ແຫຼ່ງຄັດຈາກ VOV)


top