ຂ່າວສານ

ປະທານສະພາແຫ່ງຊາດ: ຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ກຳລັງທັງໝົດຈົ່ງສືບຕໍ່ເສີມຂະຫຍາຍບົດບາດກຳລັງແນວໜ້າໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: quochoi.vn)
ຕອນບ່າຍວັນທີ 27 ສິງຫາ, ທີ່ການເຮັດວຽກກັບຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກະຊວງຕຳຫຼວດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຖານຂໍ້ມູນແຫ່ງຊາວກັບພົນລະເມືອງແມ່ນຊັບສົນບັດຂອງປະເທດ, ສະນັ້ນ, ຕ້ອງຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້, ເສີມຂະຫຍາຍຄຸນຄ່າເອກະສານດັ່ງກ່າວຢ່າງສຸດຂີດ ເພື່ອແນໃສ່ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ກຳລັງທັງໝົດຈົ່ງສືບຕໍ່ເສີມຂະຫຍາຍບົດບາດກຳລັງແນວໜ້າໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19, ຕັ້ງໜ້າພ້ອມກັບທັງລະບົບການເມືອງຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໃນໄລຍະໄວທີ່ສຸດ; ພ້ອມທັງປະຕິບັດບັນດາມາດຕະການປ້ອງກັນແຕ່ຫົວທີບັນດາປັດໃຈອາດຈະກໍ່ຄວາມຂາດສະຖຽນລະພາບ, ປະກອບສ່ວນຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນບັນດາໜ້າທີ່ພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

top