ຂ່າວສານ

ປະທານສະພາແຫ່ງຊາດ: ຕຳຫຼວດປະຊາຊົນມີຄຸນນະທາດ, ວັດທະນະທຳມະນຸດ, ຮັບໃຊ້ປະຊາຊົນ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ອົງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຈົ່ງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ອົງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຈົ່ງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ.

 

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບ 1 ປີແຫ່ງການປະຕິບັດຂໍ້ສະຫຼຸບເລກທີ 01 ຂອງກົມການເມືອງ, ສະຫຼຸບບັ້ນຂົນຂວາຍ “ສ້າງວິຖີຊີວິດຕຳຫຼວດປະຊາຊົນໃຫ້ມີຄຸນນະທາດ, ວັດທະນະທຳມະນຸດ, ຮັບໃຊ້ປະຊາຊົນ”, ກຳນົດຮັບເອົາຄຳເຫັນປະຊາຊົນ ແລະ ຮັບການຍ້ອງຍໍຂັ້ນລັດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຍ້ອງຍໍ ແລະ ຊົມເຊີຍບັນດາໝາກຜົນ, ຜົນງານເຊິ່ງກຳລັງຕຳຫຼວດປະຊາຊົນ ບັນລຸໄດ້. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ອົງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຈົ່ງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ຕາມບົດສະຫຼຸບເລກທີ 01, ຄຳສັ່ງເລກທີ 05 ຂອງກົມການເມືອງ ຕິດພັນກັບ 6 ຄຳບອກສອນທີ່ປະທານ ໂຮ່ຈີມິນ ໄດ້ສັ່ງສອນຕຳຫຼວດປະຊາຊົນ…

(ແຫຼ່ງຄັດຈາກ VOV)


top