ຂ່າວສານ

ປະທານສະພາແຫ່ງຊາດ: ຄວາມມຸ່ງມາດປາດຖະໜາສ້າງສາປະເທດຊາດໃຫ້ເຂັ້ມແຂງ ແຮງກ້າອີງໃສ່ບັນດາຍຸດທະສາດບຸກທະລຸ

ປີ 2022 ສືບຕໍ່ເປັນທີ່ສຳຄັນໃນການປະຕິບັດມະຕິຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ.

 

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ)

ຕອນເຊົ້າວັນທີ 07 ກຸມພາ ຊື່ງຈາກເປັນມື້ເຮັດວຽກທຳອິດຕົ້ນປີໃໝ່ປີຂານ 2022, ຢູ່ນະຄອນຫຼວງຮ່າໂນ້ຍ  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາການນຳສະພາແຫ່ງຊາດໄດ້ພົບປະ,  ມອບໝາຍໜ້າທີ່ໃຫ້ບັນດາສະມາຊິກສະພາແຫ່ງຊາດສະເພາະກິດ, ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຂອງຫ້ອງວ່າການສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ປີ 2022 ສືບຕໍ່ເປັນທີ່ສຳຄັນໃນການປະຕິບັດມະຕິຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ. ການນຳພັກ, ລັດ, ຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມສົນໃຈ ແລະ ສືບຕໍ່ຕັ້ງຄວາມຫວັງເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະນັ້ນຕ້ອງໄດ້ກະກຽມຈິດກຽມໃຈຫັນບັນດາສິ່ງທີ່ຜິດປົກກະຕິ ກາຍເປັນສິ່ງປົກກະຕິ ເພື່ອຕອບສະໜອງຄວາມຮຽກຮ້ອງຊອງຊີວິດ.

“ບົດບາດ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດຍັງຍິ່ງໃຫ່ຍຫຼາຍ. ເຮັດຈັ່ງໃດເພື່ອໃຫ້ມີລະບົບກົດໝາຍທີ່ມີຮູບການຄົບຊຸດ, ສົມບູນແບບ, ເອກະພາບ, ເປີດເຜີຍ, ໂປ່ງໃສ, ເຂົ້າເຖິງງ່າຍ. ເນື້ອໃນຕ້ອງຕອບສະໜອງຄວາມຕ້ອງການ ການສ້າງສາປະເທດຊາດພັດທະນາໄວ, ຍື່ນຍົງ ແລະ ເຊື່ອມໂຍງກັບສາກົນຢ່າງເລີກເຊີ່ງກວ້າງຂວາງກວ່າອີກ. ແຕ່ລະສະມາຊິກສະພາແຫ່ງຊາດ, ພະນັກງານ, ລັດຖະກອນ ຢູ່ແຕ່ລະຕຳແໜ່ງຕ່າງກັນຕ້ອງຄິດເຖິງວຽກງານນີ້. ພວກເຮົາສ້າງກົດໝາຍ, ສ້າງລະບອບລະບຽບການເພື່ອສ້າງສາໃຫ້ການພັດທະນາ.”

 (ແຫຼ່ງຄັດຈາກ VOV)

 

 


top