ຂ່າວສານ

ປະທານສະພາສູງຍີ່ປຸ່ນ ຕີລາຄາສູງການເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຫວຽດນາມ ໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19

      ວັນທີ 29 ພຶດສະພາ, ທ່ານນາງ Santo Akiko ປະທານສະພາສູງຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນຕັ້ງໜ້າ, ປະທັບໃຈຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

(ພາບ: https://baotintuc.vn/)
      ທ່ານນາງ Santo Akiko ໄດ້ຕີລາຄາບົດບາດສຳຄັນຂອງສະພາແຫ່ງຊາດຫວຽດນາມ ແລະ ພິເສດແມ່ນຄວາມເຂົ້າໃຈ ແລະ ການຮ່ວມມືເປັນຢ່າງດີຂອງປະຊາຊົນ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວພ້ອມກັບປະເທດຕ້ານໂລກລະບາດໂຄວິດ-19.
   ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫວຸ້ຮົ່ງນາມ ທີ່ສຳນັກງານສະພາສູງຢູ່ນະຄອນຫຼວງ ໂຕກຽວ, ທ່ານນາງ Santo Akiko ໄດ້ສົ່ງຄຳຂອບໃຈຂອງສະພາແຫ່ງຊາດຍີ່ປຸ່ນ ມາຍັງສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນນທິກີມເງິນ ກ່ຽວກັບການມອບຜ້າອັດປາກ-ອັດດັງ ໃຫ້ ສະພາແຫ່ງຊາດຍີ່ປຸ່ນພາຍຫຼັງທີ່ພະຍາດໂອຄິດ-19 ລະບາດ, ພ້ອມທັງໃຫ້ຮູ້ວ່າ: ສະພາແຫ່ງຊາດຍີ່ປຸ່ນ ໄດ້ແຈກຢາຍ ຜ້າອັດປາກ-ອັດດັງດັ່ງກ່າວ ໃຫ້ຮາກຖານການແພດ ແລະ ພາລະກອນການແພດຂອງຍີ່ປຸ່ນ ທີ່ພວມປ້ອງກັນໂລກລະບາດຢູ່ແນວໜ້າ.
  ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫວຸ້ຮົ່ງນາມ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຍີ່ປຸ່ນ, ໜູນຊ່ວຍດ້ານການເງິນ ແລະ ເອົາໃຈໃສ່ດ້ານສາທາລະນະສຸກທີ່ຈຳເປັນໃນສະພາບການເກີດໂລກລະບາດ ພ້ອມທັງຢືນຢັນວ່າ ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນ, ລັດຖະບານ ແລະ ສະພາແຫ່ງຊາດຍີ່ປຸ່ນ ໃນທຸກຄວາມຫຍຸ້ງຍາກ.
(ແຫຼ່ງຄັດຈາກ VOV)


top