ຂ່າວສານ

ປະທານສະພາປະຊາຊົນແຫ່ງຊາດ ຈີນ ຈ້າວເລວຈີ້ ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຕອນທຽງວັນທີ 31 ສິງຫານີ້, ທ່ານ ຈ້າວເລວຈີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ຢ້ຽມຢາມຫວຽດນາມຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດຫວຽດນາມ ທີ 2 ກັນຍາ. ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ.
ປະທານສະພາປະຊາຊົນແຫ່ງຊາດ ຈີນ ຈ້າວເລວຈີ້ ມາຮອດສະໜາມບິນ ໂນ້ຍບາຍ-ນະຄອນຫຼວງ ຮ່າໂນ້ຍ

ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ເນັ້ນໜັກວ່າ, ການຢ້ຽມຢາມຫວຽດນາມຂອງປະທານສະພາປະຊາຊົນແຫ່ງຊາດ ຈ້າວເລວຈີ້ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພັກ ແລະ ລັດຖະບານຈີນສົ່ງສານອວຍພອນເຖິງພັກ ແລະ ລັດຖະບານ ຫວຽດນາມ ເນື່ອງໃນໂອກາດ 80 ປີແຫ່ງວັນຊາດ, ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງຈີນຕໍ່ການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຈີນ-ຫວຽດນາມມີຄວາມໝາຍຍຸດທະສາດ. ການຢ້ຽມຢາມຍັງສະແດງໃຫ້ເຫັນການສະໜັບສະໜູນອັນແຂງແຮງຂອງຈີນ ແລະ ຢືນຢັນສານທີ່ຈະແຈ້ງກ່ຽວກັບການສະໜັບສະໜູນເຊິ່ງກັນແລະກັນ, ພ້ອມກັນຍຶດໝັ້ນເສັ້ນທາງສັງຄົມນິຍົມ, ປະຕິບັດຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງຂອງສອງພັກແລະສອງປະເທດ, ສ້າງປະຊາຄົມແລ່ວປັນອະນາຄົດຈີນ-ຫວຽດນາມໃນອະນາຄົດທີ່ມີຄວາມໝາຍຍຸດທະສາດຢູ່ໃນລະດັບສູງໃໝ່.


top