ຂ່າວສານ

ປະທານສະພາຕ່ຳສ.ອິນເດຍ Om Birla ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ

2 ປະເທດຄວນຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ; ຊຸກຍູ້ການສ້າງສະບົບສະໜອງ, ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ; ວິທະຍາສາດເຕັກໂນໂລຊີ.

2 ປະເທດຄວນຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ; ຊຸກຍູ້ການສ້າງສະບົບສະໜອງ, ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ; ວິທະຍາສາດເຕັກໂນໂລຊີ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານປະທານສະພາຕ່ຳປະເທດສ.ອິນເດຍ Om Birla. (ພາບ: TTXVN)

ຕອນຄ່ຳວັນທີ 21 ເມສາ, ທ່ານປະທານສະພາຕ່ຳປະເທດສ.ອິນເດຍ Om Birla ແລະ ຄະນະຜູ້ແທນລັດຖະສະພາສ.ອິນເດຍ ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 21 ເມສາ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ.

        ທີ່ບັນດາການເຈລະຈາ, ພົບປະຂັ້ນສູງກັບການນຳ ຫວຽດນາມ, ທ່ານປະທານສະພາຕ່ຳ ສ.ອິນເດຍ Om Birla ໄດ້ເຫັນດີນຳກັນວ່າ 2 ຝ່າຍສືບຕໍ່ຮັກສາບັນດາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ສົມທົບກັນຈັດການເຄືື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ.

        ບັນດາການນຳຖືວ່າ, 2 ປະເທດຄວນຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ; ຊຸກຍູ້ການສ້າງສະບົບສະໜອງ, ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ; ວິທະຍາສາດເຕັກໂນໂລຊີ; ຮ່ວມມືຖ່າຍຖອດເຕັກໂນໂລຊີ, ຜະລິດວັກຊິນ; ການສຶກສາ, ບຳລຸງສ້າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ…, ພິເສດແມ່ນນຳຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການໃຫ້ກາຍເປັນການຮ່ວມມືຍຸດທະສາດ.

(ແຫຼ່ງຄັດຈາກ VOV)


top