ຂ່າວສານ

ປະທານພັກແຮງງານ ສປປ ເກົາຫຼີ ມາຮອດ ຫວຽດນາມ

ຕອນເຊົ້າວັນທີ 26 ກຸມພາ 2019, ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ໄດ້ມາຮອດເທດສະບານ ຊາຍແດນ ດົ່ງດັງ, ເມືອງ ກາວລົກ, ແຂວງ ລ້າງເຊີນ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 27-28 ກຸມພາ 2019 ແລະ ທຳການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ.

ຍິງສາວ ຫວຽດນາມ ມອບດອກໄມ້, ຍິນດີຕ້ອນຮັບປະທານພັກແຮງງານ  ສປປ ເກົາຫຼີ Kim Jong-un ແລະ ຄະນະຜູ້ແທນ ສປປ ເກົາຫຼີ ມາຢ້ຽມຢາມ ຫວຽດນາມ ທີ່ສະຖານີລົດໄຟ ດົ່ງດັງ. ພາບ: ຍ໋ານຊາງ/VNA


ໃນພາບ: ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ຍົກມືສະບາຍດີປະຊາຊົນແຂວງ ລ້າງເຊີນ ທີ່ມາຕ້ອນຮັບຄະນະຢູ່ສະຖານີລົດໄຟ ດົ່ງດັງ. ພາບ: ຍ໋ານຊາງ/VNA


ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢຸງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ, ຜູ້ຕາງໜ້າການນຳແຂວງ ລ້າງເຊີນ ຕ້ອນຮັບປະທານພັກແຮງງານ  ສປປ ເກົາຫຼີ Kim Jong-un ແລະ ຄະນະຜູ້ແທນ ສປປ ເກົາຫຼີ ຢູ່ສະຖານີລົດໄຟ ດົ່ງດັງ. ພາບ: ຍ໋ານຊາງ/VNA
ປະຕິບັດໂດຍ: VNA/VNP


top