ຂ່າວສານ

ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ເດີນທາງ ມາເຖິງ ຮ່າໂນ້ຍ ດ້ວຍລົດໄຟ

ວັນທີ 24 ກຸມພາ 2019, ສຳນັກຂ່າວ (KCNA) ຂອງ ສປປ ເກົາຫຼີ ໄດ້ສະເໜີຂ່າວ ທ່ານ Kim Jong-un ປະທານພັກ ແຮງ ງານ ສປປ ເກົາຫຼີ  ໄດ້ເດີນທາງມາເຖິງ ຮ່າໂນ້ຍ ດ້ວຍລົດໄຟ ເພື່ອການຢ້ຽມຢາມ ປະເທດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ- ສປປ ເກົາຫຼີ  ຄັ້ງທີ 2 ກັບ ປະທານາທິບໍດີ ສ ອາເມລິກາ Donald Trump. ຂະບວນລົດໄຟນຳທ່ານ Kim Jong-un ໄດ້ອອກຈາກສະຖານີລົດໄຟ ໃນຕອນແລງ ວັນທີ 23 ກຸມພາ.

ຕິດຕາມທ່ານ Kim Jong-un ໃນຄັ້ງນີ້ ມີເຈົ້າໜ້າທີ່ຂັ້ນສູງ ຫຼາຍທ່ານ, ໃນນັ້ນມີ ນ້ອງສາວ ຂອງ ທ່ານ Kim Jong-un ທ່ານນາງ Kim Yo-jong ແລະ ຮອງປະທານຄະນະກຳ ມະ ການ ສູນກາງພັກແຮງງານ ສປປ ເກົາຫຼີ ທ່ານ Yong-chol. ນີ້ແມ່ນຄັ້ງທຳອິດ ວົງການສື່ສານ ຂອງ ສປປ ເກົາຫຼີ ນຳສະເໜີ ຂ່າວ ກ່ຽວກັບເຫດການທີ່ທົ່ວໂລກ ກໍາລັງໃຫ້ຄວາມສົນໃຈ.

ປະທານພັກແຮງງານ ສປປ ເກົາຫຼີ (ກາງ) Kim Jong-un ກວດ ແຖວກອງກຽດຕິຍົດ ກ່ອນອອກຈາກພຽງຢາງ ເດີນ ທາງໄປຢ້ຽມຢາມ
ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າ ຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ- ສປປ ເກົາຫຼີ ຄັ້ງທີ 2, ວັນທີ 23 ກຸມພາ 2019.
ພາບ: YONHAP/VNA

ຕິດຕາມທ່ານ Kim Jong-un ໃນຄັ້ງນີ້ ມີເຈົ້າໜ້າທີ່ຂັ້ນ ສູງ ຫຼາຍທ່ານ ໃນນັ້ນມີ ນ້ອງສາວ ຂອງ ທ່ານ Kim Jong-un
ທ່ານນາງ Kim Yo-jong. ພາບ: YONHAP/VNA 

 
ປະທານພັກແຮງງານ ສປປ ເກົາຫຼີ (ກາງ) Kim Jong-un ກ່ອນອອກຈາກ ສປປ ເກົາຫຼີ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ
ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມ ສຸດຍອດ ສ ອາເມລິກາ- ສປປ ເກົາຫຼີ ຄັ້ງທີ 2, ວັນທີ 23 ກຸມ ພາ 2019.
ພາບ: YONHAP/VNA

ຂະບວນລົດໄຟນຳ ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ອອກຈາກສະຖານີລົດໄຟ ເມື່ອວັນທີ 23 ກຸມພາ 2019.
ພາບ: YONHAP/VNA

ຂ່າວໂດຍ: VNA - ພາບໂດຍ:  YONHAP/VNA


top