ຂ່າວສານ

ປະທານປະເທດເປັນປະທານກອງປະຊຸມຂໍຄຳເຫັນຈາກຄະນະພັກນະຄອນ,ຄະນະພັກແຂວງໃສ່ແຜນຮ່າງຍຸດທະສາດສ້າງລັດແຫ່ງອຳນາດນິຕິບັນຍັດ

18 ຄຳເຫັນໄດ້ສຸມໃສ່ເນື້ອໃນຈຸດສຸມຂອງແຜນຮ່າງດ້ວຍຄວາມຫວັງຮັບປະກັນໃຫ້ແກ່ການພັດທະນາຍືນຍົງຄົງຕົວຂອງປະເທດຊາດ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ (ພາບ: Thống Nhất/TTXVN)  

 ວັນທີ 10 ມິຖຸນາ, ຢູ່ແຂວງ ກ໋ວາງນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນໃສ່ຮ່າງແຜນຮ່າງ “ຍຸດທະປັບປຸງ ແລະ ສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045” ໃຫ້ສົມບູນແບບຮັບເອົາຄຳເຫັນປະກອບຈາກຄະນະພັກນະຄອນ, ນະຄະພັກແຂວງເຂດພາກກາງ - ໄຕງວຽນ.     

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດໄດ້ຕີລາຄາສູງຕໍ່ການນຳຄະນະພັກແຂວງ, ຄະນະພັກນະຄອນຂອງ 14 ທ້ອງຖິ່ນຢູ່ພາກກາງ ແລະ ໄຕງວຽນ ທີ່ເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງແຜນຮ່າງ. 18 ຄຳເຫັນໄດ້ສຸມໃສ່ເນື້ອໃນຈຸດສຸມຂອງແຜນຮ່າງດ້ວຍຄວາມຫວັງຮັບປະກັນໃຫ້ແກ່ການພັດທະນາຍືນຍົງຄົງຕົວຂອງປະເທດຊາດ. ໃນນັ້ນ, ໄດ້ຍົກໃຫ້ເຫັນຜົນງານ, ບັນດາຈຸດດີ, ຈຸດອ່ອນຂອງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່. ພ້ອມນັ້ນແມ່ນການປະກອບສ່ວນເຂົ້າໃນເປົ້າໝາຍ, ທິດທາງ, ບາດກ້າວບຸກທະລຸ, ມາດຕະການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຮອດປີ 2030, ການກຳນົດທິດຮອດປີ 2045.


top