ຂ່າວສານ ປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງໄຕນີງ 09/02/2016 ພາບປະກອບ ຕອນເຊົ້າວັນທີ 8/2 (ກົງກັບວັນທີ 1 ຂອງບຸນເຕັດ), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ລັດຖະກອນບໍລິສັດຫຸ້ນສ່ວນ ຫວຽດນາມ ມົກບ໋າຍ ຢູ່ເຂດການຄ້າ ຮຽບແທ່ງ, ເມືອງ ເບ່ນເກົ່າ, ແຂວງ ໄຕນີງ. ນີ້ແມ່ນບໍລິສັດຂຶ້ນກັບກຸ່ມບໍລິສັດ ສ. ເກົາຫຼີ Taekwang ທີ່ມີຊື່ສຽງໂດ່ງດັ່ງໃນຂົງເຂດຜະລິດເກີບກິລາ. ທ່ານປະທານປະເທດ ເຈືອງເຕີນຊາງ, ກ່າວວ່າ: “ພວກເພື່ອນຜະລິດເກີບ, ຕັດຫຍິບເພື່ອສົ່ງອອກຕະຫຼາດ ອາເມລິກາ ແລະ ໃນພາກພື້ນ ອາຊີ - ປາຊີຟິກ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ: ກຸ່ມບໍລິສັດເຮັດແນວໃດເພື່ອສ້າງບໍລິສັດຢູ່ແຂວງ ໄຕນີງ ໃຫ້ມີຂອບຂະໜາດກ້ວາງຂວາງກ່ວາ ເພື່ອສາມາດຮັບ, ຂຸດຄົ້ນ, ຍາດແຍ່ງເອົາບັນດາບຸລິມະສິດສູງສຸດຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP).” (ແຫຼ່ງຄັດຈາກ VOV)

ພາບປະກອບ ຕອນເຊົ້າວັນທີ 8/2 (ກົງກັບວັນທີ 1 ຂອງບຸນເຕັດ), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ລັດຖະກອນບໍລິສັດຫຸ້ນສ່ວນ ຫວຽດນາມ ມົກບ໋າຍ ຢູ່ເຂດການຄ້າ ຮຽບແທ່ງ, ເມືອງ ເບ່ນເກົ່າ, ແຂວງ ໄຕນີງ. ນີ້ແມ່ນບໍລິສັດຂຶ້ນກັບກຸ່ມບໍລິສັດ ສ. ເກົາຫຼີ Taekwang ທີ່ມີຊື່ສຽງໂດ່ງດັ່ງໃນຂົງເຂດຜະລິດເກີບກິລາ. ທ່ານປະທານປະເທດ ເຈືອງເຕີນຊາງ, ກ່າວວ່າ: “ພວກເພື່ອນຜະລິດເກີບ, ຕັດຫຍິບເພື່ອສົ່ງອອກຕະຫຼາດ ອາເມລິກາ ແລະ ໃນພາກພື້ນ ອາຊີ - ປາຊີຟິກ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ: ກຸ່ມບໍລິສັດເຮັດແນວໃດເພື່ອສ້າງບໍລິສັດຢູ່ແຂວງ ໄຕນີງ ໃຫ້ມີຂອບຂະໜາດກ້ວາງຂວາງກ່ວາ ເພື່ອສາມາດຮັບ, ຂຸດຄົ້ນ, ຍາດແຍ່ງເອົາບັນດາບຸລິມະສິດສູງສຸດຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP).” (ແຫຼ່ງຄັດຈາກ VOV)