ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງແລະພັນລະຍາເປັນເຈົ້າພາບຈັດງານລ້ຽງອວຍພອນພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ

ປະທານປະເທດເຈີ່ນດ້າຍກວາງແລະພັນລະຍາເປັນເຈົ້າພາບຈັດງານລ້ຽງອວຍພອນ
ພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ
       ໃນ​ບົດ​ກ່າວ​​ປາ​ໄສ​ທີ່​ງານ​ລ້ຽງ ​ເຊິ່ງໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ຄ່ຳ​ວັນ​ທີ 1/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ ຫວຽດ​ນາມ - ຍີ່​ປຸ່ນ  ພວມ​ຢູ່​ໃນ​ໄລ​ຍະ​ພັດ​ທະ​ນາ​ອັນ​ດີ​ງາມ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຊີ້​ແຈ້ງວ່າ: ​ຈຸດ​ຄ້າຍ​ຄື​ກັນ​​ດ້ານ​ວັດ​ທະ​ນະ​ທຳ ກໍ່​ຄື​ການ​ພົວ​ພັນ​ດ້ານ​ປະ​ຫວັດ​ສາດ, ​ໄມ​ຕີ​ຈິດ ແລະ ຜົນ​ປະ​ໂຫຍດ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ແມ່ນ​ພື້ນ​ຖານ​ໜັກ​ແໜ້ນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ຍີ່​ປຸ່ນ. ປະ​ຈຸ​ບັນ, 2 ປະ​ເທດ ຫ​ວຽດ​ນາມ - ຍີ່​ປຸ່ນ ບໍ່​ພຽງ​ແຕ່​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມ, ແບ່ງ​ສຸກ​ແບ່ງ​ທຸກ​ນຳ​ກັນ. ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ເຄົາ​ລົບ​ນັບ​ຖື​ປະ​ເທດ, ວັດ​ທະ​ນະ​ທຳ ແລະ ປະ​ຊາ​ຊົນ ຍີ່​ປຸ່ນ, ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ ຍີ່​ປຸ່ນ ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນ​າ​ທຳ​ຖາ​ວອນ​ຂອງ​ໂລກ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຊື່ອ​ໝັ້ນ​ວ່າ ກາ​ນ​ຢ້ຽມ​ຢາມ ຫວຽດ​ນາມ ຂອ​ງ​ພະເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ Akihito ຈະ​ນຳ​ມາ​ໃຫ້​ລະ​ດູ​ບານ​ໃໝ່​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ຍີ່​ປຸ່ນ.
        ໃນ​ບົດ​ຄຳ​ຕອບ, ພະເຈົ້າ​ຈັກ​ກະ​ພັດ Akihito ຂອບ​ອົກ​ຂອບ​ໃຈ​​ໄມ​ຕີ​ຈິດ​ທີ່​ສະ​ໜິດ​ສະ​ໜົມ, ອົບ​ອຸ່ນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາສະ​ຫງວນ​ໃຫ້ ພະເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ, ຂອ​ບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​​ຢ່າງອົບ​ອຸ່ນ​​ຊ​ຶ່ງ​ປະ​ເທດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ສະ​ຫງວນ​ໃຫ້​ອົງ​ມົງ​ກຸດ​ລາ​ຊະ​ກຸມ​ມານ, ເຈົ້າ​ຊາຍ ແລະ ລາ​ຊະ​ທິ​ດາ ຍີ່​ປຸ່ນ​ ເມື່ອ​ມາ​ຢ້ຽມ​ຢາມ ຫວຽດ​ນາມ. ໂດຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ, ພະເຈົ້າ​ຈັກ​ກະ​ພັດ Akihito ເນັ້ນ​ໜັກ​ວ່າ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ຄວາມ​ສະ​ໜິດ​ຕິດ​ພັນ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ ປະ​ຊ​າ​ຊົນ 2 ປະ​ເທດ ຫວຽດ​ນາມ - ຍີ່​ປຸ່ນ.
 (ແຫຼ່ງຄັດຈາກ VOV)

top