ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງເຮັດວຽກກັບຫ້ອງການປະຈຳຄະນະຊີ້ນຳການປະຕິຮູບຕຸລາການຂັ້ນສູນກາງ

ກ່າວຄຳເຫັນທີ່ການເຮັດວຽກກັບຫ້ອງການປະຈຳຄະນະຊີ້ນຳການປະຕິຮູບຕຸລາການຂັ້ນສູນກາງ ໃນວັນທີ 28 ກຸມພາ

(ທ່ານປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບຫ້ອງການປະຈຳຄະນະຊີ້ນຳການປະຕິຮູບຕຸລາການຂັ້ນສູນກາງ)
 

ທ່ານປະທານປະເທດ ເຈີ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລະການຂັ້ນສູນກາງ ໄດ້ເນັ້ນໜັກເຖິງໜ້າທີ່ສ້າງລະບົບກົດໝາຍ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ມີຫຼາຍບັນຫາໃໝ່ພວມວາງອອກ ຄວນໄດ້ສືບຕໍ່ເພີ່ມເຕີ່ມ, ສ້າງໃຫ້ສົມບູນແບບ. ນີ້ແມ່ນໜ້າທີ່ລວມຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.

        ສະນັ້ນ, ທ່ານປະທານປະເທດ ສະເໜີໃຫ້ຫ້ອງການປະຈຳຄະນະຊີ້ນຳການປະຕິຮູບຕຸລາການ ຄວນສະເໜີບັນດາແຜນນະໂຍບາຍ, ມາດຕະການແກ້ໄຂໃຫ້ເໝາະສົມໃນຂົງເຂດປະຕິຮູບຕຸລາການ; ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງສະພາແຫ່ງຊາດ, ລັດຖະບານ ເພື່ອສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາບັນດາການປັບປຸງ, ເພີ່ມເຕີມ ແນໃສ່ສ້າງບັນດາຮ່າງກົດໝາຍໃຫ້ຕິດພັນກັບມະຕິຂອງພັກ ໃຫ້ສົມບູນແບບ, ຮັບປະກັນສິດພົນລະເມືອງ, ສິດທິມະນຸດ…

(ແຫຼ່ງຄັດຈາກ VOV)

 


top