ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງ: ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມວິລະຊົນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 73 ປີ (22/12/1944 – 22/12/2017), ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ມີບົດຂຽນ “ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມ ວິລະຊົນ”.

ທ່ານ ປະທານປະເທດ ເຈີ່ນດ້າຍກວາງ
(ພາບປະກອບ)
      ໃນບົດຂຽນ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ຜ່ານ 73 ປີແຫ່ງການຕໍ່ສູ້, ກໍ່ສ້າງ ແລະ ເຕີບໃຫຍ່, ກອງທັບປະຊາຊົນ ຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ພ້ອມກັບທົ່ວພັກ, ທົ່ວປວງຊົນຜ່ານຜ່າຄວາມທຸກຍາກການທ້າທາຍນາໆປະການ, ສ້າງເປັນວິລະກຳອັນສະຫງ່າລາສີຫຼາຍຢ່າງ, ຕີເອົາຊະນະສັດຕູຜູ້ຮຸກຮານ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.
        ທົບທວນຄືນບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງກອງທັບປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານສອງຄັ້ງຍາດເອົາເອກະລາດແຫ່ງຊາດກໍ່ຄືໃນໄລຍະການປະຕິວັດໃໝ່, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ໃນສະຖານະການພາຍໃນປະເທດ ແລະ ຢູ່ໃນໂລກ ມີຜັນແປໃໝ່ຫຼາຍຢ່າງ, ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ, ກຳລັງປະກອບອາວຸດປະຊາຊົນເວົ້າລວມ ຍາມໃດກໍ່ຕ້ອງຍົກສູງນ້ຳໃຈລະວັງຕົວປະຕິວັດ, ມານະພະຍາຍາມສູ້ຊົນຢ່າງເປັນບໍ່ຢຸດຢັ້ງເພື່ອກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີຄຸນະພາບສັງລວມ ແລະ ກຳລັງສູ້ຮົບນັບມື້ນັບສູງ, ຮັບປະກັນສຳເລັດພາລະໜ້າທີ່ສູ້ຮົບເປັນຢ່າງດີ, ການປະຕິບັດງານ, ການອອກແຮງງານ, ທຳການຜະລິດ, ເປັນກຳລັງແກ່ນສານໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດຢ່າງແທ້ຈິງ.
        ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ເຊືອໝັ້ນວ່າ ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອ 73 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ກອງທັບປະຊາຊົນ ຫວຽດນາມ - ກອງທັບປະຊາຊົນວິລະຊົນຂອງຊາດ ຫວຽດນາມ ວິລະຊົນ ໄດ້, ພວມ ແລະ ຈະສ້າງເປັນໜ້າປະຫວັດສາດອັນອົງອາດກ້າຫານ, ເຮັດໃຫ້ປະເທດຊາດຮູ່ງເຮືອງເຫຼືອງເຫຼື້ອມ.
(ແຫຼ່ງຄັດຈາກ VOV)

top