ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະພາສູງໄຮຕີ

      ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງສ.ໄຮຕີ Youri Latortue ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

(ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບປະທານສະພາສູງໄຮຕີ)
      ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນເລື່ອງຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມືມິດຕະພາບ ແລະ ຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຢູ່ເຂດອາເມລິກາລີຕິງ ແລະ ກາຣີເບ, ໃນນັ້ນມີໄຮຕີ. ກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ທ່ານປະທານປະເທດ ສະເໜີວ່າ, ການນຳ 2 ປະເທດຄວນສືບຕໍ່ເອົາໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນເພື່ອແນໃສ່ຂຸດຄົ້ນຄວາມສາມາດບົມຊ້ອນ, ທ່າແຮງຂອງ 2 ຝ່າຍຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ…
        ສ່ວນທ່ານປະທານສະພາສູງໄຮຕີ Youri Latortue ປາດຖະໜາວ່າ, ດ້ວຍທ່າແຮງ, ບົດຮຽນໃນການຜະລິດກະສິກຳ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ. ທ່ານປະທານສະພາສູງໄຮຕີ ຢືນຢັນວ່າ, ຍາມໃດກໍ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ໄຮຕີ.
 (ແຫຼ່ງຄັດຈາກ VOV)

top