ຂ່າວສານ

ປະທານປະເທດຫວຽດນາມຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອານເຊຣີ ເຂົ້າຢ້ຽມອຳລາ

ຕອນບ່າຍວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອານເຊຣີປະຈຳຫວຽດນາມ Mohamed Berrah ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.
ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ແລະທ່ານເອກອັກຄະລັດຖະທູດ ອານເຊຣີປະຈຳຫວຽດນາມ Mohamed Berrah

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ນັບທັງທາງດ້ານການຄ້າ, ການລົງທຶນ ໃນອາຍຸການປະຕິບັດງານຢູ່ຫວຽດນາມ. ປີ 2022 ຫວຽດນາມ ແລະ ອາເຊຣີ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະຈັດຕັ້ງບັນດາເຫດການສະເຫຼີມສະຫຼອງວັນສຳຄັນນີ້. ຜ່ານນັ້ນ ກໍເປັນການຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.

    ສ່ວນ ທ່ານເອກອັກຄະລັດຖະທູດ ອານເຊຣີປະຈຳຫວຽດນາມ Mohamed Berrah ໄດ້ຕີລາຄາວ່າ ຫວຽດນາມໄດ້ມີການພັດທະນາຢ່າງມະຫັດສະຈັນໃນທຸກດ້ານ ແລະ ພາບພົດພັດທະນາຂອງຫວຽດນາມໄດ້ເປັນຕົວແບບເພື່ອໃຫ້ອານເຊຣີຮຽນຮູ້ຕາມ. ທ່ານເອກອັກຄະລັດຖະທູດ ອານເຊຣີປະຈຳຫວຽດນາມ Mohamed Berrah ຫວັງວ່າ 2 ປະເທດຄວນຊຸກຍູ້ ຜັນຂະຫຍາຍບັນດາສັນຍາຮ່ວມມມືທາງດ້ານເສດຖະກິດ.  

(ແຫຼ່ງຄັດຈາກ VOV)


top