ຂ່າວສານ

ປະທານປະເທດຫວຽດນາມ ເລືອງເກື່ອງ: ຫວຽດນາມ ຕ້ອງການຍົກສູງປະສິດທິຜົນ ການຮ່ວມມືກັບ ກູບາ ໃຫ້ດີຍິ່ງຂຶ້ນອີກ

ການນຳສອງຝ່າຍ ເຫັນດີເປັນເອກະພາບເອົາໃຈໃສ່ຊີ້ນຳບັນດາພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍໝາກຜົນບັນດາຄຳໝັ້ນສັນຍາທີຕົກລົງກັນ, ພິເສດກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຊີຊີວະພາບ ແລະ ບັນດາຄວາມອາດສາມາດດ້ານອື່ນໆ.
ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ແລະ ທ່ານເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ

ວັນທີ 30 ກັນຍາ, ຢູ່ສຳນັກງານປະທານປະເທດ (ນະຄອນຫຼວງຮ່າໂນ້ຍ), ທ່ານ ເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ ໄດ້ພົບປະ ທ່ານ ເລືອງເກື່ອງ, ປະທານປະເທດຫວຽດນາມ ໃນໂອກາດຢ້ຽມຢາມທາງການ ຫວຽດນາມ ແລະ ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການ ລັດຖະສະພາ ລະຫວ່າງຊາດ ຫວຽດນາມ-ກູບາ ຕັ້ງແຕ່ ວັນທີ 30/9 -5/10/2025.

ໃນການພົບປະ, ທ່ານ ປະທານປະເທດເລືອງເກືອງ ຢືນຢັນ ການຕັດສິນໃຈຂອງຫວຽດນາມ ປາຖະໜາ ຢາກຍົກສູງປະສິດທິຜົນ ການຮ່ວມມືກັບປະເທດກູບາ ອ້າຍນ້ອງ ໃນທຸກຂົງເຂດ, ພິເສດແມ່ນ ເສດຖະກິດ-ການຄ້າ ແລະ ການລົງທຶນ, ເສີມຂະຫຍາຍສູງສຸດທ່າແຮງຂອງທັງສອງປະເທດ. ປະທານປະເທດເນັ້ນໜັກ ລັດຖະບານຫວຽດນາມ ຍິນດີແບ່ງປັນປະສົບການ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບ ກູບາ , ໂດຍສະເພາະແມ່ນ ບັນດາຂົງເຂດທີ່ສອງຝ່າຍມີຄວາມສົນໃຈ, ພິເສດແມ່ນ ການແບ່ງບັນປະສົບການ ແລະ ບົດຮຽນທີ່ບັນລຸໄດ້ຂອງ ຫວຽດນາມ ໃນເກືອບຕະຫຼອດໄລຍະ 40 ປີ ປະຕິບັດນະໂຍບາຍປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ.

ສຳລັບຝ່າຍກູບາ, ທ່ານ ເອສເຕແບນ ລາໂຊ ເຮີນັນເດສ, ປະທານສະພາແຫ່ງຊາດກູບາ ຢັ້ງຢືນວ່າ ສືບຕໍ່ຜັນຂະຫຍາຍຜົນສຳເລັດກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມາທິການລັດຖະສະພາ ກູບາ - ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວ ຢູ່ໃນກູບາ; ຍູ້ແຮງການສຶກສາຮຸ່ນໜຸ່ມສອງປະເທດ ເພື່ອສືບຕໍ່ມູນເຊື້ອສາຍພົວພັນລະຫວ່າງສອງປະເທດ.

ການນຳສອງຝ່າຍ ເຫັນດີເປັນເອກະພາບເອົາໃຈໃສ່ຊີ້ນຳບັນດາພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍໝາກຜົນບັນດາຄຳໝັ້ນສັນຍາທີຕົກລົງກັນ, ພິເສດກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຊີຊີວະພາບ ແລະ ບັນດາຄວາມອາດສາມາດດ້ານອື່ນໆ.


top