ຂ່າວສານ

ປະທານປະເທດຫວຽດນາມ ເຈິນດ້າຍກວາງ ພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ

      ໂດຍຮັບຄຳເຊີນຈາກລັດຍີປຸ່ນ, ປະທານປະເທດຫວຽດນາມ ເຈິນດ້າຍກວາງພ້ອມດ້ວຍພັນລະຍາ ໄດ້ທຳການຢ້ຽມຢາມທາງລັດຖະກິດຢູ່ຍີປຸ່ນແຕ່ວັນທີ 29 – 2 ມິຖຸນາ. ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງໂຕກຽວ, ພິທີຕ້ອຍຮັບທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງພ້ອມດ້ວຍພັນລະຍາ ໄດ້ຖືກຈັດຂຶ້ນຢ່າງສົມກຽດ

ປະທານປະເທດເຈິນດ້າຍກວາງພ້ອມດ້ວຍພັນລະຍາ ແລະ ເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ
      ເຈົ້າຈັກກະພັດ Akihito  ແລະ ພະມະເຫສີຍີປຸ່ນໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ມີການພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ. ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ແມ່ນບາດກ້າວລິເລີ່ມ, ເປີດໄລຍະພັດທະນາໃໝ່ໃນສາຍພົວພັນຫວຽດນາມ-ຍີປຸ່ນຕຮາມທິດລວງເລິກ, ມີປະສິດທິຜົນກ່ວາເກົ່າໃນທຸກຂົງເຂດ.
    ສ່ວນເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນຢືນຢັນວ່າ ຖືເປັນສຳຄັນທີ່ສຸດສາຍພົວພັນຮ່ວມມືມິດຕະພາບຫວຽດນາມ-ຍີປຸ່ນ ແລະ ສະໜັບສະໜູນ, ພະຍາຍາມປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງ 2 ປະເທດ.
  ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສະພາສູງຍີປຸ່ນ Chuichi Date . ທ່ານ ປະທານປະເທດຫວຽດນາມ ເຈິນດ້າຍກວາງ ໄດ້ຕີລາຄາສູງ ແລະ ຂອບໃຈນຳສະພາສູງຍີປຸ່ນ ທີ່ຕັ້ງໜ້າຊຸກຍູ້ ສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ຍີປຸ່ນໃນຫຼາຍຂົງເຂດ, ພ້ອມທັງສະເໜີອົງການນິຕິບັນຍັດຂອງ 2 ປະເທດຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານນິບັນຍັດ, ຊຸກຍູ້ຮ່ວມມືດ້ານແຮງງານ….
      ວັນທີ 30 ພຶດສະພາ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ໄດ້ມີການພົບປະ, ສົນທະນາກັບບັນດາປະທານກຸ່ມບໍລິສັດໃຫຍ່ ເຊິ່ງແມ່ນສະມາຊິກຂອງສະຫະພັນເສດຖະກິດຍີ່ປຸ່ນ Keidairen, ຫ້ອງການການຄ້າອຸດສາຫະກຳຍີ່ປຸ່ນ (JCCI) ແລະ ບາງອົງການເສດຖະກິດໃຫຍ່ຂອງຍີ່ປຸ່ນອີກດ້ວຍ.
        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍເຄົາລົບນັບຖືການປະກອບຄຳເຫັນອັນລ້ຳຄ່າ ແລະ ການຮ່ວມມືຢ່າງແໜ້ນແຟ້ນຈາກ Keidairen ຜ່ານການສົນທະນາ ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນສິ່ງທີ່ສຳຄັນໃນວິວັດການສ້າງນະໂຍບາຍ, ກົດໝາຍຂອງຫວຽດນາມໃຫ້ສົມບູນແບບ; ປະກອບສ່ວນສຳຄັນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນ, ຊຸກຍູ້ການດຶງດູດບັນດາແຫຼ່ງທຶນທີ່ມີຄຸນນະພາບສູງຈາກຕ່າງປະເທດເຂົ້າມາຫວຽດນາມ, ພິເສດແມ່ນນັກລົງທຶນຈາກຍີ່ປຸ່ນ.
        ຕາງໜ້າໃຫ້ບັນດາວິສາຫະກິດ, ທ່ານປະທານ Keidairen ແລະ ທ່ານປະທານກຸ່ມບໍລິສັດ Mitsubishi Chemical ໃຫ້ຮູ້ວ່າ ບັນດາວິສາຫະກິດຍີ່ປຸ່ນຕີລາຄາສູງເລື່ອງຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາສັນຍາຮ່ວມເສດຖະກິດ ຄື RCEP, CPTPP; ແລະຖືວ່າ ຂໍ້ລິເລີ່ມຮ່ວມລະຫວ່າງຍີ່ປຸ່ນ - ຫວຽດນາມຈະນຳມາເຊິ່ງໝາກຜົນຫຼາຍຢ່າງທີ່ແທດຈິງໃຫ້ທັງສອງປະເທດ.
 (ແຫຼ່ງຄັດຈາກ VOV)


top