ຂ່າວສານ

ປະທານປະເທດຫງວຽນຊັວນຝຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ທະຫານເຂດ 1

ທ່ານປະທານປະເທດ ຫງວຽນຊັວນຝຸກ ສະໜີວ່າ, ບັນດາການນຳ, ຜູ້ບັນຊາການທະຫານເຂດ 1 ຕ້ອງສຸມໃສ່ການຊີ້ນຳນຳພາ, ຊາບຊືມເປັນປະຈຳທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກຢ່າງເລິກເຊິງ...
  (ພາບ: TTXVN)  

 ຕອນບ່າຍວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວນຝຸກ ໄດ້ໄປເຮັດວຽກ, ກວດກາໝາກຜົນການປະຕິບັດໜ້າທີ່ການທະຫານປ້ອງກັນຊາດຢູ່ທະຫານເຂດ 1 ແຂວງ ທາຍງວຽນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊັວນຝຸກ ສະໜີວ່າ,  ບັນດາການນຳ, ຜູ້ບັນຊາການທະຫານເຂດ 1 ຕ້ອງສຸມໃສ່ການຊີ້ນຳນຳພາ, ຊາບຊືມເປັນປະຈຳທັດສະນະ, ແນວທາງການທະຫານ, ການປ້ອງກັນຊາດຂອງພັກຢ່າງເລິກເຊິງ, ກຳແໜ້ນໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ໂດຍສະເພາະແມ່ນການກຳນົດທິດໃຫ່ຍ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງກອງທັບ ຊື່ງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກໄດ້ກຳນົດແລ້ວ. ພິເສດ, ຕ້ອງເພີ່ມທະວີວຽກງານກຳແໜ້ນສະພາບການ, ຄົ້ນຄ້ວາ, ຕີລາຄາບັນດາກໍລະນີສັບສົນໄດ້ເກີດຂຶ້ນ; ຄົ້ນພົບທຸກກົນອຸບາຍ, ການເຄື່ອນໄຫວຕ້ານທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການຢ່າງທັນການ ເພື່ອເປັນເຈົ້າການສ້າງແຜນການຮັບມື, ສະກັດກັ້ນ, ຍູ້ໃຫ້ຖອຍໄປ; ປົກປັກຮັກສາປະເທດຊາດ; ສ້າງ ແລະ ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າອ່ຽງຄວາມໝັ້ນຄົງ ປຊຊ ຢ່າງແໜ້ນແຟ້ນໃນບໍລິເວນ; ປະຕິບັດພາລະໜ້າທີຄຸ້ມຄອງລັດກ່ຽວກັບການປ້ອງກັນຊາດຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ.


top